ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-17 17:44:25    
ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ກົດ​ຫມາຍ​ວ່າ​ດ້ວຍ​ອາ​ກອນ​ລາຍ​ໄດ້​ຂອງ​ວິ​ສາ​ຫະ​ກິດ​ຈະ​ຊຸກ​ຍູ້​ການ​ນຳ​ໃຊ້​ທຶນ​ຕ່າງ​ປະ​ເທດ​ຂອງ​ຈີນ​​ຂຶ້ນ​ສູ່​ລະ​ດັບ​ສູງ​ກວ່າ​ເກົ່າ

cri Author: sayvanny
ຕາມ​ຂ່າວສານ​ຊີນຮວາ:ທ່ານ​ປໍ​ຊີ​ລາຍ ລັດຖະມົນຕີວ່າການ​ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ກົດຫມາຍ​ວ່າ​ດ້ວຍ​ອາກອນ​ລາຍ​ໄດ້​ຂອງ​ວິຫສາະ ກິດທີ່​ຫາກ​ກໍ່​ຜ່ານຈະ​ຊຸກ​ຍູ້​ໃຫ້ລະດັບ​ການ​ນຳ​ໃຊ້​ທຶນ​ຕ່າງປະ​ເທດ​ຂອງ​ຈີນ​ສູງ​ຂຶ້ນ​ກວ່າ​ເກົ່າ.

ອີງ​ຕາມ​ກົດຫມາຍ​ສະບັບ​ນີ້,ຈີນ​ໄດ້​ປ່ຽນ​ແປງ​ວິທີ​​ເກັບ​ອາກອນ​ລາຍ​ໄດ້ກັບວິ​ສາ​ຫະກິດ​ຈີນ​ແລະ​ຕ່າງປະ​ເທດ​ດ້ວຍ​ອັດຕາ​ຕ່າງ​ກັນ​ໃນ​ແຕ່​ກ່ອນ,​ຕໍ່​ໄປ​ຈະເກັບ​ອາກອນ​ລາຍ​ໄດ້ກັບ​ວິ​ສາ​ຫະກິດ​ດ້ວຍ​ອັດຕາ​ໃຫມ່​ຄື 25% ​ເປັນ​ເອກະ​ພາບ​ກັນ​ຫມົດ.

​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ,ທ່ານ​ປໍ​ຊີ​ລາຍ​ເວົ້າວ່າ, ​ເຮັດ​ແນວນີ້​ມີ​ຜົນ​ດີ​ຕໍ່​ການ​ສ້າງ​ສະພາບ​ແວດ​ລ້ອມ​ຕະຫລາດ​ທີ່​ເປັນ​ເອກະ​ພາບ ​ເປັນ​ແບບ​ສະບັບແລະ​ຍຸດຕິ​ທຳ,​ແຮງ​ດຶງ​ດູດ​ນັກທຸລະກິດ​ຕ່າງປະ​ເທດ​ມາ​ລົງທຶນ​ຢູ່​ຈີນ​ນັ້ນຈະ​ບໍ່​ອ່ອນ​ລົງ​ຍ້ອນ​ປະຕິບັດ​ກົດມຫາຍ​ດັ່ງກ່າວ.

ທ່ານ​ເວົ້າວ່າ, ນັກ​ທຸລະ​ກິດ​ຕ່າງປະ​ເທດ​ມາ​ຈີນ,ບໍ່​ແມ່ນ​ຍ້ອນ​ການ​ເກັບ​ອາກອນລາຍ​ດຽວ,ປັດ​ໄຈ​ອື່ນໆ​ກໍ່​ສຳຄັນ​ຫລາຍ,ຕົວຢ່າງ​ຄືສິ່ງ​ກໍ່​ພື້ນຖານ​ໂຄງ​ລ່າງ, ຄຸນ​ນະ​ທາດ​ຂອງ​ແຮງ​ງານ​ແລະ​ສັງຄົມ​ຫມັ້ນທ່ຽງ​ເປັນຕົ້ນ.ທ່ານ​ຍັງ​ກ່າວ​ວ່າ, ສິ່ງ​ສຳຄັນ​ກວ່ານັ້ນ​ແມ່ນ​ຕະຫລາດ,ຈີນ​ແມ່ນ​ຕະຫລາດ​ໃຫຍ່​ທີ່​ພັດທະນາ​ໄວ​ກວ່າ​ຫມູ່​ໃນ​ໂລກ.