ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-18 19:41:56    
ລັດ​ຖະ​ບານ​ປະ​ສົມ​ແຫ່ງ​ຊາດ​ປາ​ເລັສ​ຕິນ​ສາ​ບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່ງ

cri Author: m
ຕາມ​ຂ່າວ CRI: ຕອນ​ຄ່ຳ​ວັນ​ທີ 17 ມີນາ​ນີ້, ລັດ​ຖະບານ​ປະສົມ​ແຫ່ງ​ຊາດ​ປາ​ເລັສຕິນທີ່​ຈັດ​ຕັ້ງ​ໂດຍ​ອົງການ​ຮາ​ມັສ​ແລະ​ອົງການ​ອານຟາ​ຕາ​ໄດ້​ສາບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່​ງ. ມື້​ດຽວ​ກັນ, ລັດຖະບານ​ອິສຣາ​ແອນ​ກ່າວ​ຢ້ຳປະຕິ​ເສດ​ບໍ່​ພົວພັນ​ກັບ​ລັດຖະບານ​ໃໝ່​ຂອງ​ປາ​ເລັສຕິນ.

ຍ້ອນອິສຣາ​ແອນ​ລົງ​ຄຳ​ສັ່ງ​ຫ້າມ​ທ່ອງ​ທ່ຽວ​, ຕອນ​ຄ່ຳ​ວັນ​ທີ 17, ບັນດາ​ລັດຖະ​ມົນຕີ​ຂອງ​ລັດຖະບານ​ປະສົມ​ແຫ່ງ​ຊາດ​ປາ​ເລັສຕິນຈຳ​ເປັນ​ຕ້ອງ​ສາບານ​ຕົວ​ຂຶ້ນ​ຮັບ​ຕຳ​ແໜ່​ງຢູ່​ກາຊາ​ແລະຣາມາລາ.

ມື້​ດຽວ​ກັນ, ຄະນະ​ກຳມະການ​ນິຕິ​ບັນ​ຍັດ​ຂອງ​ປາ​ເລັສຕິນຈັດ​ກອງ​ປະ ຊຸມວິສາມັນ, ​ຜ່ານ​ການ​ປ່ອນ​ບັດ​​ເຊື່ອ​ຖືຕໍ່​ລັດຖະບານ​ປະສົມ​ແຫ່ງ​ຊາດ. ​ເວລາ​ນັ້ນ, ທ່ານ​ຮາ​ນິ​ເຢ ທີ່​ຈະ​ຂຶ້ນ​ຮັບ​ຕຳ​ແໜ່​ງ​ເປັນ​ນາຍົກ​ລັດຖະ ມົນຕີ​ຂອງ​ລັດຖະບານ​ປາ​ເລັສຕິນຊຸດ​ໃໝ່​​ນັ້ນ​ໄດ້​ຂຶ້ນ​ກ່າວ​ຄຳ​ປາ​ໄສ​ຢ່​ໃນູ​ຄະນະ​ກຳມະການ​ນິຕິ​ບັນຍັດ​ຂອງ​ປາ​ເລັສຕິ​ນວ່າ, ຈຸດ​ໜັກ​ວຽກ​ງານ​ຂອງ​ລັດ ຖະບານ​ປາ​ເລັສຕິນຊຸດ​ໃໝ່ກໍ່​ແມ່ນຕໍ່​ສູ້ກັບ​ຜູ້​ຍຶດຄອງ​ດ້ວຍ​ວິຖີ​ທາງຕ່າງໆ.

ນອກ​ນີ້, ​ຂ່າວ​ແຈ້ງ​ອີກ​ວ່າ, ​ວັນ​ທີ 17 ມີນາ​ນີ້, ບັນດາປະ​ເທດ​ອາ​ຣາບ ​ເຊັ່ນ: ເອຢິບ, ອາ​ລະ​ບີ​ຊາ​ວຸດິດ, ຊອກ​ດາ​ນີ, ອີ​ເອ​ເມນ, ​ແລະ​ກາ​ຕາ​ເປັນ​ຕົ້ນ​ຕ່າງ​ໄດ້​ອອກຖະ​ແຫຼງວ່າ, ຊົມ​ເຊີຍ​ການ​ສ້າງ​ຕັ້ງ​ລັດຖະບານ​ປາ​ເລັສຕິນ​ຊຸດ​ໃໝ່, ​ແລະ​ຮຽກ​ຮ້ອງ​ໃຫ້​ອາ​ເມ​ລິ​ກາ​​ແລະປະ​ເທດ​ຝ່າຍ​ຕາ​ເວັນ​ຕົກອື່ນໆ​ຍົກ​ເວັ້ນການ​ລົງ​ໂທດປາ​ເລັສຕິນ​ທາງ​ເສດ​ຖະ​ກິດ​ຕອນ​ຄ່ຳ​ວັນ​ທີ 17 ມີນາ​ນີ້, ​ເຢຍລະ​ມັນ ​ເຊິ່ງ​ເປັນ​ປະ​ເທດ​ປະທານ​ຝຽນ​ຂອງ​ສະ​ຫະ​ພາບ​ເອີ​ລົບ​ອອກ​ຖະ​ແຫຼງການ​ວ່າ, ສະ​ແດງ​ຄວາມຊົມ​ເຊີຍ​ການ​ຈັດຕັ້ງ​ລັດຖະບານ​ປາ​ເລັສຕິນ​ຊຸດ​ໃໝ່, ​ແລະ​ກ່າວ​ວ່າ, ສະຫະ ພາບ​ເອີ​ລົບ​ຈະ​ສືບ​ຕໍ່​​ແກ່ການ​ຊ່ອຍ​ເຫຼືອອັນ​ຈຳ​ເປັນ​ໃຫ້​ປະ​ຊາ​ຊົນ​ປາ​ເລັສຕິນ.