ທ່ານຜູ້ຟັງ, ກອງປະຊຸມປະຈຳປີຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນສະໄໝທີ10ພວມຈັດຂຶ້ນຢູ່ປັກກິ່ງ. ໃນ 34 ຫົວໜ່ວຍທີ່ເຂົ້າຮ່ວມກອງປະຊຸມນັ້ນ, ວົງການສິລະປະແມ່ນວົງການໃຫຍ່ກວ່າໝູ່, ໄດ້ມີສິລະປິນ ນັກປະພັນ ແລະນັກປາດດ້ານວັດທະນະທຳ 150 ກວ່າທ່ານ. ກຳມະການສິລະປະເຫຼົ່ານີ້ໄດ້ມີຂໍ້ສະເໜີຕ່າງໆໃຫ້ລັດຖະບານຈາກສາຍຕາແລະການສຳຜັດຊີວິດທີ່ມີເອກະລັກພິເສດຂອງຕົນ, ເພື່ອເຂົ້າຮ່ວມແລະພິຈາລະນາວຽວບ້ານການເມືອງ. ໃນລາຍການວັດທະນະທຳຈີນມື້ນີ້, ພວກເຮົາຂໍເລົ່າຄວາມຮູ້ສຶກຂອງກຳມະການສະພາຫຼາຍທ່ານໃນເວລາເຂົ້າຮ່ວມແລະພິຈາລະນະວຽກບ້ານການເມືອງ ແລະຄວາມເຂົ້າໃຈຂອງພວກທ່ານທີ່ມີຕໍ່ໜ້າທີ່ຮັບຜິດຊອບຂອງກຳມະການສະພາປຶກສາການເມືອງ.
ທີ່ທ່ານພວມຟັງຢູ່ນີ້ແມ່ນເພງທີ່ຂັບຮ້ອງໂດຍນາງລີກູອີ່ ນັກຮ້ອງທີ່ມີຊື່ສຽງຂອງຈີນ. ນາງລີກູອີ່ ອາດເວົ້າໄດ້ວ່າປະຊາຊົນຈີນໃຜໆກໍຮູ້ນາງໝົດ, ແຕ່ລະປີ, ໃນງານລາຕີສະຫຼອງບຸນກຸດຈີນຂອງCCTV ທີ່ຊາວຈີນມັກເບິ່ງນັ້ນ, ລ້ວນແຕ່ສິ້ນສຸດລົງໃນທ່າມກາງສຽງເພງທີ່ຊື່ວ່າ"ລືມຍາກຄ່ຳຄືນນີ້"ທີ່ຂັບຮ້ອງໂດຍນາງລີກູອີ່. ນາງລີກູອີ່ເປັນກຳມະການສະພາປຶກສາການເມືອງເລີ່ມແຕ່ປີ 1983 ເປັນຕົ້ນມາ.ລະບອບຫຼາຍພັກຮ່ວມມືແລະປຶກສາການເມືອງທີ່ນຳໂດຍພັກກອມມູນິດຈີນ ແມ່ນລະບອບການເມືອງພື້ນຖານອັນໜຶ່ງຂອງຈີນ, ກຳມະການສະພາປຶກສາການເມືອງລ້ວນແຕ່ແມ່ນບຸກຄົນທີ່ມີຜົນງານໃນວົງການຕ່າງໆຂອງສັງຄົມຈີນ, ພວກເຂົາເຈົ້າຜ່ານການລົງໄປສຳຫຼວດກວດກາ, ແລ້ວສ່ອງແສງສະພາບສັງຄົມແລະຄວາມມຸ້ງມາດປາດຖະໜາຂອງປະຊາຊົນໃຫ້ລັດຖະບານດ້ວຍຍັດຕິແລະຂໍ້ສະເໜີ.ນາງລີກູອີ່ບອກນັກຂ່າວວ່າ, ໃນເບື້ອງຕົ້ນ, ຕົນເອງຮູ້ສຶກວ່າການເປັນກຳມະການສະພາປຶກສາການເມືອງແມ່ນມີກຽດຊື່ໆ, ໃນສອງປີທີ່ຫາກໍເປັນກຳມະການສະພາ, ນາງບໍ່ໄດ້ສະເໜີຍັດຕິໃດ.
ພາຍຫຼັງມາ, ຂໍ້ສະເໜີຂອງນາງນັບມື້ນັບຫຼາຍ. ໃນ 25 ປີທີ່ຜ່ານມາ, ຢ່າງໜ້ອຍນາງໄດ້ສະເໜີຍັດຕິແລະຂໍ້ສະເໜີ 30-40 ສະບັບທີ່ກ່ຽວພັນເຖິງຄົມມະນາຄົມ ສາທາລະນະສຸກ ແລະການປິ່ນປົວເປັນຕົ້ນ. ສິ່ງທີ່ເຮັດໃຫ້ນາງດີໃຈນັ້ນແມ່ນ, ໂຮງລະຄອນແຫ່ງຊາດທີ່ນາງຮ່ວມກັບກຳມະການອື່ນໆສະເໜີໃຫ້ສ້າງນັ້ນໄດ້ສ້າງສຳເລັດຢູ່ໃຈກາງນະຄອນປັກກິ່ງແລ້ວ. ຂໍ້ສະເໜີ 6 ຂໍ້ທີ່ນາງສະເໜີໃນປີນີ້ລ້ວນແຕ່ກ່ຽວຂ້ອງກັບການອະນຸລັກສິ່ງແວດລ້ອມແລະຫຼຸດການສິ້ນເປືອງຊັບພະຍາກອນໃຫ້ໜ້ອຍລົງ. ນີ້ພໍດີແມ່ນຈຸດໜັກທີ່ທ່ານເວີ່ນເຈຍປາວ ນາຍົກລັດຖະມົນຕີຈີນກ່າວເນັ້ນໃນບົດລາຍງານວຽກງານລັດຖະບານໃນປີນີ້. ນາງລີກູອີ່ເວົ້າວ່າ, ພາຍຫຼັງຕົນເອງເປັນກຳມະການສະພາປຶກສາການເມືອງແລ້ວ, ມັກສັງເກດຂໍ້ປີກຍ່ອຍຫຼາຍ, ມັກສັງເກດສິ່ງແວດລ້ອມແລະສະພາບສັງຄົມ. ຄົນອ້ອມຂ້າງກໍມັກມາຫານາງເພື່ອສ່ອງແສງບັນຫາ. ນາງເວົ້າວ່າ:
"ກຳມະການສະພາປຶກສາການເມືອງກໍແມ່ນຮ່ວມຈິດຮ່ວມໃຈກັນຊ່ອຍເຫຼືອປະເທດ , ຊ່ອຍເຫຼືອລັດຖະບານ. ເພາະວ່າພວກເຮົາດຳລົງຊີວິດຢູ່ຮາກຖານ, ສາມາດເຫັນໄດ້ບັນຫາຈຳນວນໜຶ່ງ, ແລ້ວຈຶ່ງໄດ້ສ່ອງແສງບັນຫາຢ່າງທັນການ. ການເປັນກຳມະການສະພາແມ່ນບໍ່ຄືກັນກັບສາມັນຊົນ, ຕ້ອງມີໜ້າທີ່ຮັບຜິດຊອບຫຼາຍກວ່າ. ນີ້ແມ່ນໜ້າທີ່ທີ່ຫຼີກລ້ຽງບໍ່ໄດ້."ຄືກັນກັບນາງລີກູອີ່, ທ່ານອູຈ່ຽງ ກໍມີຄວາມຮູ້ສຶກດຽວກັນ. ທ່ານເວົ້າວ່າ, ໃນເວລາຕົນເອງຫາກໍເປັນກຳມະການສະພາປຶກສາການເມືອງນັ້ນ, ຮູ້ສຶກວ່າແມ່ນການຍ້ອງຍໍຊະນິດໜຶ່ງຂອງລັດຖະບານທີ່ມີຕໍ່ຕົນເອງ.
ແຕ່ຄ່ອຍໆຮູ້ສຶກມີໜ້າທີ່ຮັບຜິດຊອບນັບມື້ນັບຫຼາຍຂຶ້ນ. ດຽວນີ້ທ່ານອູຈ່ຽງແມ່ນຫົວໜ້າໂຮງງິ້ວປັກກິ່ງຂອງຈີນ, ເຄີຍດຳລົງຕຳແໜ່ງເຈົ້າໜ້າທີ່ລັດຖະບານ, ໃນເວລາເດີນທາງໄປວຽກ, ທ່ານມີລົດເກ໋ງຂອງລັດໃຫ້ຂີ່, ແຕ່ພາຍຫຼັງເປັນກຳມະການສະພາປຶກສາການເມືອງແລ້ວ, ທ່ານພະຍາຍາມບໍ່ຂີ່ລົດ, ໃນທ້າຍສັບປະດາ, ທ່ານຍັງໄປຂີ່ລົດເມໂດຍສະເພາະ, ທັງເອົາປຶ້ມບັນທຶກນ້ອຍໆໄປນຳ, ເພື່ອຊອກຮູ້ສະພາບປະຊາຊົນ. ຄຽງຄູ່ກັບເວລາຜ່ານໄປ, ທ່ານອູຈ່ຽງໄດ້ມີຄວາມຮູ້ສຶກໃໝ່ຕໍ່ພາລະບົດບາດຂອງສະພາປຶກສາການເມືອງ. ທ່ານເວົ້າວ່າ: (ອັດສສຽງ 4)"ຄວນຮູ້ຈັກໜ້າທີ່ຮັບຜິດຊອບຂອງກຳມະການສະພາໃນເວລາເຂົ້າຮ່ວມແລະພິຈາລະນາການເມືອງ. ອັນທີ່ວ່າຈຸດສຸມຈຸດຮ້ອນໃນສັງຄົມທີ່ຄົນທັງຫຼາຍກ່າວເຖິງນັ້ນ, ຂ້າພະເຈົ້າເຫັນວ່າບໍ່ແມ່ນຈຸດທີ່ກຳມະການສະພາຄວນສົນໃຈ. ໃນຊູ່ມື້ນີ້, ຈຸດສຸມຈຸດຮ້ອນແມ່ນເລື່ອງຂອງລັດຖະບານ, ລັດຖະບານໄດ້ພິຈາລະນາມາດົນແລ້ວແລະພວມເຮັດຢູ່. ສ່ວນກຳມະການສະພາປຶກສາການເມືອງຄວນຢືນໃນມື້ນີ້, ມອງເຫັນມື້ອື່ນມື້ຮື, ພິຈາລະນາບັນຫາຍຸດທິສາດແລະບັນຫາອະນາຄົດຈຳນວນໜຶ່ງ, ແລະບັນຫາທີ່ລັດຖະບານຍັງບໍ່ທັນໄປພິຈາລະນາໃນປັດຈຸບັນ. ໃນສະພາປຶກສາການເມືອງໄດ້ມີຜູ້ຊ່ຽວຊານຫຼວງຫຼາຍ, ຜູ້ຊ່ຽວຊານເຫຼົ່ານີ້ມີຄວາມເຫັນພິເສດ, ສາຍຕາພິເສດ, ຈະສາມາດມອງເຫັນບັນຫາທີ່ຈະເກີດໃນອະນາຄົດຈາກດ້ານວິຊາການກ່ອນລັດຖະບານຍັງບໍ່ທັນໄດ້ພິຈາລະນາ. ກຳມະການສະພາຄວນຂຸດຄົ້ນຄວາມສາມາດຂອງຕົນຢ່າງເຕັມສ່ວນ, ເຮັດແນວນີ້ຈະເຮັດໃຫ້ແນວຄິດຂອງເຮົາຈະເລິກເຊິ່ງກວ່າເກົ່າ."ໂຮງງິ້ວປັກກິ່ງຈີນທີ່ທ່ານອູຈ່ຽງກຳກັບນັ້ນໄດ້ຕາງໜ້າລະດັບສິລະປະສູງສຸດຂອງງິ້ວປັກກິ່ງ.
ປີນີ້, ທ່ານອູຈ່ຽງມີແຕ່ສະເໜີຍັດຕິດຽວ, ຄືໃຊ້ວິທີແບບກອບກູ້ ມາຄົ້ນຄວ້າທິດສະດີລະບົບການສະແດງງິ້ວປັກກິ່ງຂອງຈີນ. ທ່ານອູຈ່ຽງເຫັນວ່າ, ໃນຊູ່ມື້ນີ້ທີ່ຮູບການສິລະປະພັດທະນາຫຼາຍຮູບຫຼາຍແບບໃນສັງຄົມສະໄໝນີ້, ການຮັກສາແລະສືບທອດງິ້ວດັ້ງເດີມຂອງຈີນ ຕ້ອງລົງມືເຮັດໂດຍໄວ. ຍັດຕິຂອງທ່ານລະອຽດທີ່ຖ້ວນຫຼາຍ, ຈາກການສະເໜີໃຫ້ພາກສ່ວນໃດເຂົ້າຮ່ວມໂຄງການນີ້, ຮອດງົບປະມານຄ່າໃຊ້ຈ່າຍ ແລະຂັ້ນຕອນການປະຕິບັດຢ່າງລະອຽດ, ລ້ວນແຕ່ຂຽນເຂົ້າໃນຍັດຕິ.ທ່ານຈ່າງສຽນລ້ຽງ ແມ່ນນັກປະພັນນະວະນິຍາຍທີ່ມີຊື່ສຽງຂອງຈີນ, ໃນນະວະນິຍາຍຂອງທ່ານ, ໄດ້ຮູ້ແຈ້ງສະພາບຂອງໂລກຈິດໃຈຂອງຄົນ, ໃນຖານະເປັນກຳມະການສະພາ, ທ່ານກໍໄດ້ຮັກສາຄວາມສະດຸ້ງໄວແລະໜ້າທີ່ຮັບຜິດຊອບໃນລະດັບສູງ. ທ່ານບອກນັກຂ່າວວ່າ, ຕົນເອງເປັນກຳມະການສະພາປຶກສາການເມືອງມາແຕ່ປີ 1983, ໄດ້ຕິດຕາມຂະບວນການປະຕິຮູບແລະໄຂປະຕູສູ່ພາຍນອກຂອງຈີນໂດຍຕະຫຼອດ, ເຂົ້າຮ່ວມແລະພິຈາລະນາວຽກບ້ານການເມືອງ, ປະຕິບັດໜ້າທີ່ຕິດຕາມປະຊາທິປະໄຕ. ຍັດຕິຂອງທ່ານໃນເບື້ອງຕົ້ນແມ່ນກ່ຽວຂ້ອງກັບວົງການສິລະປະ, ແຕ່ຈາກສະຕະວັດທີ 21 ເປັນຕົ້ນມາ, ຍັດຕິທັງໝົດຂອງທ່ານແມ່ນບໍ່ກ່ຽວຂ້ອງກັບວົງການສິລະປະແລະວັດທະນະທຳແລ້ວ. ກ່າວເຖິງຍັດຕິໃນປີນີ້, ທ່ານບອກນັກຂ່າວວ່າ:
"ບັນຫາທີ່ຂ້າພະເຈົ້າສົນໃຈກວ່າໝູ່ກໍແມ່ນໃນ"ກົດໝາຍວ່າດ້ວຍລັດຖະກອນຂອງສາທາລະນະລັດປະຊາຊົນຈີນ"ຄວນເພີ່ມມາດຕາໜຶ່ງຄື: ລັດຖະກອນທີ່ມີຊັ້ນຕຳແໜ່ງໃດໜຶ່ງຕ້ອງແຈ້ງຊັບສິນຄອບຄົວຫຼືລາຍໄດ້ປະຈຳປີຕາມເວລາກຳນົດ. ເພາະວ່າ, ນີ້ແມ່ນມາດຕະການອັນສຳຄັນຫຼາຍໃນການຕ້ານການສໍ້ລາດບັງຫຼວງ ສົ່ງເສີມຄວາມບໍລິສຸດ, ແລະເສີມສ້າງປົກຄອງທີ່ປອດໃສໄຮ້ມົນທິນ."ໃນສະພາປຶກສາການເມືອງ, ຍັງມີກຳມະການສິລະປະຫຼາຍໆທ່ານ, ພວກເຂົາເຈົ້າໄດ້ສັງເກດເຖິງທຸກໆດ້ານໃນຊີວິດສັງຄົມຢ່າງສະດຸ້ງໄວ, ໄປສຳຜັດ ຮິ່ນຕອງ ວິເຄາະ ແລະປະກອບຄຳຄິດຄຳເຫັນໃຫ້ລັດ.ທ່ານຜູ້ຟັງທີ່ເຄົາລົບ, ທີ່ຟັງມານັ້ນແມ່ນບົດສະເໜີກຳມະການສະພາປຶກສາການເມືອງດ້ານສິລະປະຂອງຈີນທີ່ເຂົ້າຮ່ວມແລະພິຈາລະນາການເມືອງ. ລາຍການວັດທະນະທຳຈີນພາກນີ້ຂໍຈົບລົງທໍ່ນີ້, ສະບາຍດີ.
|