ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-20 20:25:06    
ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ຈີນ​ພົບ​ປະ​ເຈ​ລະ​ຈາ​ກັບ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ລາວ

cri

ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ20​ມີນາ​ນີ້,ຢູ່​ທີ່​ປັກ​ກິ່ງ,ທ່ານ​ຊາວ​ກ່າງ​ສວນ ລັດຖະມົນຕີ​ວ່າ​ການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ດວງ​ໃຈ​ພິ​ຈິດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ເປັນ​ລັດ​ຖະ​ມົນ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລາວ​ທີ່​ມາ​ຢ້ຽມຢາມ,ທ່ານ​ທັງ​ສອງ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ສະພາບ​ຄວາມ​ປອດ​ໄພ​ຂອງ​ສາກົນ​ແລະ​ພາກ​ພື້ນ,​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ກອງ​ທັບ​ແລະ​ບັນ​ຫາ​ອື່ນໆ​ທີ່​ຕ່າງ​ໃຫ້​ຄວາມ​ສົນ​ໃຈ​ນຳ​ກັນ.

ທ່ານ​ຊາວ​ກ່າງ​ສວນ​ກ່າວ​ວ່າ,ຈີນ​ລາວ​ແມ່ນ​ປະ​ເທດ​ໃກ້​ຄຽງ​ທີ່​ມີ​ໄມຕີ​ຈິດ​ຕໍ່​ກັນ​ແລະ​ມີ​ພູຜາ​ແມ່​ນ້ຳ​ຕິດ​ຈອດ​ກັນ.ການ​ພົວພັນ​ລະຫວ່າງສອງ​ປະ​ເທດ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ ປະ​ຕິ​ບັດ​ຕໍ່​ກັນ​ຢ່າງ​ສະ​ເໝີ​ພາບ,ສະໜັບສະໜູນ​ເຊິ່ງກັນ​ແລະ​ກັນ,​ແລະ​ຮ່ວມ​ມື​ກັນ​ດ້ວຍ​ຄວາມ​ຈິງ​ໃຈ​ນັ້ນ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ຮອບ​ດ້ານ,​ການ​ຮ່ວມ​ມື​ຢ່າງ​ມີ​ໄມຕີ​ຈິດ​ໃນ​ຂົງ​ເຂດ​ຕ່າງໆ​ໄດ້​ຮັບ​ໝາກ​ຜົນ​ຢ່າງ​ເດັ່ນ​ຊັດ.ການ​ພົວພັນ​ໄມຕີ​ຈິດ​ລະ​ຫວ່າງ​ສອງ​ກອງ​ທັບ​ກໍ​ໄດ້​ເພີ່ມ​ທະ​ວີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ຝ່າຍ​ລາວ​ຮັກ​ສາ​ແລະ​ເພີ່ມ​ທະ​ວີ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ຊັ້ນ​ສູງ​ພ້ອມ​ດ້ວຍ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມືດ້ານ​ວິ​ຊາ​ການ​ລະ​ຫວ່າງ​ສອງ​ກອງ​ທັບ.​ໃຊ້​ການ​ກະທຳ​ຕົວ​ຈິງ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ແລະ​ສອງ​ກອງ​ທັບ​ໃຫ້​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ດວງ​ໃຈ​ພິຈິດກ່າວ​ວ່າ,ການ​ຂະຫຍາຍ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ແລະ​ສອງ​ກອງ​ທັບ​ລາວ​ຈີນ​ບໍ່​ພຽງ​ແຕ່​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍ​ດພື້ນຖານ​ຂອງ​ປະ​ຊາ​ຊົນ​ສອງ​ຊາດ​ເທົ່າ​ນັ້ນ,​ຍັງ​ມີ​ຜົນ​ດີ​ຕໍ່​ສັນ​ຕິ​ພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ​ອີກ​ດ້ວຍ.​ທ່ານ​ຍັງ​ກ່າວ​ຢ້ຳ​ວ່າ​ປະ​ເທດ​ລາວ​ຈະ​ຍຶດ​ໝັ້ນ​ນະ​ໂຍ​ບາຍ​ຈີນ​ດຽວ,​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ພາ​ລະ​ກິດ​ອັນ​ຍິ່ງ​ໃຫຍ່​ແຫ່ງ​ການ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອ​ກະ​ພາບ​ກັນ​ຂອງ​ຈີນ.