|
 |
(GMT+08:00)
2007-03-20 20:33:35
|
ຈີນຕັ້ງໜ້າຊຸກຍູ້ການແລກປ່ຽນແລະການຮ່ວມມືດ້ານສິດຊັບສິນທາງປັນຍາຂອງພາກພື້ນອາຊີ
cri
ຕາມຂ່າວສານຊິນຮວາ,ວັນທີ20ມີນານີ້,ເຈົ້າໜ້າທີ່ສິດຊັບສິນທາງປັນຍາ20ກວ່າທ່ານທີ່ມາຈາກ19ປະເທດແລະເຂດແຄວ້ນຂອງອາຊີເຊັ່ນສິງກະໂປ ບັງກຼາເດັດ ແລະເນປານເປັນຕົ້ນໄດ້ມາເຂົ້າຮ່ວມກອງປະຊຸມສຳມະນາສິດຊັບສິນທາງປັນຍາພາກພື້ນອາຊີທີ່ຈີນເປັນເຈົ້າພາບຈັດຂຶ້ນຢູ່ທີ່ປັກກິ່ງ.
ທ່ານລິນປິງຮຸຍ ຮອງຫົວໜ້າກົມສິດຊິບສິນທາງປັນຍາແຫ່ງຊາດຈີນກ່າວວ່າ,ຄຽງຄູ່ກັບການໄປມາຫາສູ່ກັນທາງເສດຖະກິດການຄ້າຂອງພາກພື້ນອາຊີນັບມື້ນັບຫຼາຍຂຶ້ນ,ປະເທດພວມພັດທະນາຂອງອາຊີຕ້ອງເພີ່ມຄວາມເຂົ້າໃຈກັນຕໍ່ລະບອບສິດຊັບສິນທາງປັນຍາຂອງປະເທດຕ່າງໃນພາກພື້ນແຫ່ງນີ້,ເພື່ອຊຸກຍູ້ການບູລະນະລະບອບສິດຊັບສິນທາງປັນຍາຂອງປະເທດຕ່າງໆໃຫ້ສົມບູນຂຶ້ນ,ແລະຊຸກຍູ້ການພົວພັນເສດຖະກິດການຄ້າຂອງພາກພື້ນແຫ່ງນີ້ໃຫ້ຂະຫາຍຕົວຢ່າງປອດໃສ.
|
|
|