ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-20 20:42:33    
ນາ​ຍົກ​ຈີນ​ໂທ​ລະ​ສັບ​ລົມ​ກັບ​ນາ​ຍົກ​ເຢຍ​ລະ​ມັນ

cri
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ19​ມີນາ​ນີ້,​ໂດຍ​ຕອບ​ສະ​ໜອງ​ຕາມ​ການ​ນັດ,​ທ່ານ​ເວິ່ນ​ເຈ່ຍ​ປາວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ໂທ​ລະ​ສັບ​ລົມ​ກັບ​ທ່ານ​ນາງ​ອັນ​ຈີ​ລາ​ເມີ​ເຄີນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ.

ທ່ານ​ເວິ່ນ​ເຈ່ຍ​ປາວ​ກ່າວ​ວ່າ,ພາຍ​ໃຕ້​ເບື້ອງ​ຫຼັງທີ່​ໂລກາ​ວິ​ວັດ​ຂະ​ຫຍາຍ​ຕົວ​ລົງ​ສູ່​ລວງ​ເລິກ,​ຈີນ​ແລະ​ເຢຍລະ​ມັນ​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ເພີ່ມ​ຂຶ້ນ​ເລື້ອຍໆ.​ອະ​ນາ​ຄົດ​ແຫ່ງ​ການ​ຮ່ວມ​ມື​ກໍ​ດີ​ງາມ​ກວ່າ​ເກົ່າ.​ຫວັງ​ວ່າ​ສອງ​ຝ່າຍ​ສືບ​ຕໍ່​ປະ​ຕິ​ບັດ​ຕໍ່​ແລະ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ຈາກ​ລະ​ດັບ​ສູງ​ທາງ​ຍຸດ​ທະ​ສາດ​ໃນ​ໄລ​ຍະ​ຍາວ​ນານ,​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ​ຢ່າງ​ບໍ່​ຢຸດ​ຢັ້ງ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ເຕັກ​ນິກ,​ຊຸກ​ຍູ້​ການ​ແລ​ກປ່ຽນ​ດ້ານ​ວັດ​ທະ​ນະ​ທຳ,​ຍົກ​ການ​ພົວ​ພັນ​ຈີນ​ເຢຍ​ລະ​ມັນ​ໃຫ້​ສູງ​ເຖິງ​ລະ​ດັບ​ໃໝ່.

ໃນ​ເວ​ລາ​ລົມ​ກັນ​ທາງ​ໂທ​ລະ​ສັບ,​ກ່ອນ​ອື່ນ,​ທ່ານ​ນາງ​ເມີ​ເຄີນ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ກອງ​ປະ​ຊຸມ​ສອງ​ສະ​ພາ​ຂອງ​ຈີນ​ໄດ້​ຮັບ​ໝາກ​ຜົນ​ອັນ​ຕັ້ງ​ໜ້າ.​ທ່ານ​ນາງ​ກ່າວ​ວ່າ,​ລັດ​ຖະ​ບານ​ເຢຍ​ລະ​ມັນ​ເອົາ​ໃຈ​ໃສ່​ໃນ​ລະ​ດັບ​ສູງ​ນຳ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ກັບ​ຈີນ,​ຍິນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ຈີນ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​ການ​ຄ້າ,​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ແລະ​ອື່ນໆ,ປະ​ສານ​ງານ​ແລະ​ທຳ​ຄວາມ​ເຂົ້າ​ໃຈ​ກັນ​ຢ່າງ​ໃກ້​ຊິດ​ໃນ​ວຽກ​ງານ​ລະ​ຫວ່າງ​ຊາດ.

ສອງ​ຝ່າຍ​ຍັງ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ສຳ​ຄັນ​ໃນ​ສາ​ກົນ​ແລະ​ພາກ​ພື້ນ​ເຊັ່ນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ,​ບັນ​ຫາ​ນີວ​ເຄຼຍ​ຂອງ​ແຫຼມ​ເກົາ​ຫຼີ,​ບັນ​ຫາ​ນີວ​ເຄຼຍ​ຂອງ​ອີ​ຣານ​ເປັນ​ຕົ້ນ.