ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-21 11:55:55    
ປະຈຸ​ບັນ, ​ໃນ​ການ​ພົວພັນ​ລະຫວ່າງ​ຣັດ​ເຊຍ​ກັບ​ຈີນ​ບໍ່​ມີ​ບັນ​ຫາ​ການ​ເມືອງ​ໃດໆ​ທີ່​​ເຮັດ​ໃຫ້​ສອງ​ຝ່າຍ​ກັງ​ວົນ

cri Author: m
ຕາມ​ຂ່າວສານ​ຊິ່ນຮວາ: ວັນ​ທີ 20 ມີນາ​ນີ້, ​ໃນ​ເວລາ​ທ່ານ​ເຊີ​ເກ ຣາຈົຟ ເອກອັກຄະ​ລັດຖະທູດຣັດ​ເຊຍ​ປະຈຳ​ຈີນ​ທີ່ໄປຢາມ​ອິນ​ເຕີ​ເນັດ​ຊິ່ນ​ຮວານັ້ນ, ກ່າວວ່າ, ການ​ພົວພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດຣັດ​ເຊຍ​ຈີນ​ໄດ້​ບັນລຸ​ລະດັບ​ສູງທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ, ປະຈຸ​ບັນ, ​ໃນ​ການ​ພົວພັນ​ລະຫວ່າງ​ຣັດ​ເຊຍ​ກັບ​ຈີນ​ບໍ່​ມີ​ບັນ​ຫາ​ການ​ເມືອງ​ໃດໆ​ທີ່​ຈະ​ເຮັດ​ໃຫ້​ສອງ​ຝ່າຍ​ກັງ​ວົນ, ທ່ານ​​​ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ອະນາຄົດ​ຂະຫຍາ​ຍການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

​ໃນ​ເວລາ​​ລົມກັບປະຊາກອນອິນ​ເຕີ​ເນັດ, ທ່ານຣາຈົຟ​ເວົ້າ​ວ່າ, ຣັດ​ເຊຍ​ຈີນ​ຈັດກິດຈະກຳ "ປີມິດຕະພາບ", ​ແມ່ນ​ການ​ຕົກລົງອັນ​ສະຫຼາດສ່ອງ​ໃສຂອງປາ​ມຸກ​ລັດສອງ​ປະ​ເທດ. ປະຊາຊົນຣັດ​ເຊຍ​ມີ​ຄວາມ​ສົນ​ໃຈຫຼາຍຕໍ່​ກິດຈະກຳ "ປີ​ຈີນ"​ແລະ​ປະ​ເທດ​ຈີນ, ​ແລະ​ນັບ​ມື້​ນັບສົນ​​ໃຈຫຼາຍຂຶ້ນ.

ທ່ານ​ຣາຈົຟກ່າວ​ວ່າ, ປີ​ກາຍ​ນີ້, ປະຊາຊົນຣັດ​ເຊຍ​ທີ່​ມາ​ທ່ຽວ​​ຫຼືດຳ​ເນີນ​ກິດຈະກຳຕ່າງໆຢູ່​ຈີນ​ມີ 2 ລ້ານ​ກວ່າ​ເທື່ອ​ຄົນ, ຢູ່​ຈີນ, ມີ​ນັກຮຽນຣັດ​ເຊຍປະມານ 1 ໝື່ນ 3 ພັນ​ຄົນ. ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນວ່າ, ​ເວົ້າ​ສຳລັບ​ປະຊາຊົນຣັດ​ເຊຍ​ແລ້ວ, ຈີນ​ມີ​ສະ​ເໜ່​ດຶງ​ດູດຫຼາຍ.

ການ​ເຄື່ອນ​ໄຫວ "ປີ​ຈີນ" ຂອງຣັດ​ເຊຍ​ຈະ​ເລີ່​ມຈັດ​ຂຶ້ນ​ໃນ​ທ້າຍ​ເດືອນ​ມີນາ​ນີ້. ວັນ​ທີ 26 ຫາວັນ​ທີ 28 ມີນາ, ທ່ານ​ປະທານ​ຫູ​ຈີນ​ທາວ​ຈະ​ໄປ​ຢ້ຽມຢາມຣັດ​ເຊຍ​ທາງ​ລັດຖະກິດ, ​ແລະ​ເຂົ້າ​ຮ່ວມ​ພິທີ​ໄຂ​ກິດຈະກຳ "ປີ​ຈີນ".