ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-21 12:11:36    
ສື່​ມວນ​ຊົນ​ບາງ​ປະ​ເທດ​ຊີ້​ອອກ​ວ່າ, ສົງຄາມ​ອີຣັກ​ແມ່ນ​ສົງຄາມ​ທີ່​ອະທຳ​ແລະ​​ປະຊາ​ໄຊ

cri Author: m
ຕາມ​ຂ່າ​ວສານ​ຊິ່ນ​ຮວາ: ​ໃນ​ເວລາ​ທີ່​ອາ​ເມ​ລິ​ກາ​ກໍ່​ສົງຄາ​ມອີຣັກຄົບຮອບ 4 ປີ, ວັນ​ທີ 20 ມີນາ​ນີ້, ສື່​ມວນ​ຊົນ​ຂອງ​ບາ​ງປະ​ເທດ​ຕ່າງ​ກໍ່​ໄດ້​ພິມ​ບົດ​ຄວາມຊີ້​ອອກ​ວ່າ, ສົງຄາມ​ອີຣັກ​ແມ່ນສົງຄາມ​ທີ່​ອະ​ທຳ​ແລະ​​ປະລາໄຊ.

ໜັງສືພິມ ​"​ເລີ ຟິກາ​ໂຣ" ຝະຣັ່ງພິມ​ບົດ​ນຳ​ຊີ້​ອອກ​ວ່າ, ສົງຄາມ​ອີຣັກ​ແມ່ນ​ສົງຄາມ​ທີ່​ໄຮ້​ຄວາມ​ເປັນ​ທຳ. ບໍ່ພ​ຽງ​ແຕ່​ໄດ້​ເຮັດ​ໃຫ້​ປະຊາຊົນ​ອີຣັກ​ເສຍ​ຊີວິດຈຳນວນຫຼວງຫຼາຍທໍ່​ນັ້ນ, ຍັງ​ໄດ້​ເຮັດ​ໃຫ້​ທະຫານ​ອາ​ເມ​ລິ​ກາ 3 ພັນ​ກວ່າ​ຄົນ​ຕາຍ​ຢູ່​ຕ່າງປະ​ເທດ. ສົງຄາມ​ບໍ່​ໄດ້​ເຮັດ​ໃຫ້​ປະຊາຊົນ​ອີຣັກກ້າວ​ໄປ​ຫາ​ປະຊາທິປະ​ໄຕ​ເລີຍ, ກົງກັນຂ້າມ​ຍັງ​ໄດ້​​ເພີ່ມ​ການ​ສ້າງ​ຄວາມ​ອາ​ຄາດ​ບາດໝາງ​ກັນ​ລະຫວ່າງ​ນິກາຍສາສະໜາ​ຕ່າງໆ, ​ເຮັດ​ໃຫ້​ອີຣັກ​ເກີດ​ສົງຄາມ​ກາງ​ເມືອງ​ແລະ​ມໍ່​ຈະ​ແຕກ​ແຍກ​ກັນ.

ໜັງສືພິມ "​ແນວ​ຄິດ" ຂອງລູມາ​ນີລົງ​ພິມ​ບົດ​ວິຈານວ່າ, ​ນັບ​ແຕ່​​ເກີດ​ສົງຄາມ​ອີຣັກ​ມາ​ນີ້, ປະຊາຊົນ​ອີຣັກຫຼວງຫຼາຍ​ເສຍ​ຊີວິດ​ຍ້ອນ, ​ແລະ​ຫຼາຍລ້ານ​ຄົນບໍ່​ມີ​ບ່ອນ​ເພິ່ງພາ​ອາ​ໄສ. "ຄວາມ​ຜິດ​ຂອງ​ອາ​ເມ​ລິ​ກາ​ເຮັດ​ໃຫ້​ທົ່ວ​ໂລກ​ຕ້ອງ​ເສຍ​ຄ່າ​ຕອບ​ແທນ​ຢ່າງສູງ​​".

ໜັງ​ສື​ພິມ "​ແຮງ​ງານ" ຂອງບຸນ​ກາລີ​ພິມ​ບົດ​ວິຈານ​ທີ່​ພາດ​ຫົວ​ເລື່ອງ​ວ່າ "ນັບ​ມື້​ນັບ​ຄື​ກັບສົງຄາມ​ຫວຽດນາມ", ​ໂດຍ​ຊີ້​ອອກ​ວ່າ, ​ອາ​ເມ​ລິ​ກາ​​ເຮັດສົງຄາມຢູ່​ອີຣັກຍາວນານ​ທໍ່​ໃດ, ສະພາບ​ສົງຄາມ​ກໍ່​ແຫ່ງ​ຄື​ອາ​ເມ​ລິ​ກາເສຍ​ໄຊ​ໃນ​ສົງຄາມ​ຫວຽດນາມ​.

ໜັງສືພິມ "ອາຊາ​ຮີ ຊິ​ມບຸນ" ຍີ່​ປຸ່ນພິມ​ບົດ​ນຳ​ວ່າ, ​ນັບ​ແຕ່​ມື້​ທະຫານ​ອາ​ເມ​ລິ​ກາ​ອັງກິດ​ບໍ່​ເອົາ​ຫົວຊາ​ນຳສຽງຄັດຄ້ານ​ຂອງ​ປະຊາ​ຄົມ​ໂລກ​ໂຈມ​ຕີ​ອີຣັກ​, ມາ​ຮອດ​ປະຈຸ​ບັນ​ໄດ້ 4 ປີ​ແລ້ວ. ດຽວນີ້, ບໍ່​ມີ​​ໃຜເຫັນ​ວ່າ​ອີຣັກຫຼື​ໂລກ​ມີ​ຄວາມ​ສະຫງົບ.