ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-22 20:18:08    
ອາ​ຊຽນ​ກາຍ​ເປັນ​ຕະ​ຫຼາດ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ທີ່​ສຳ​ຄັນ​ຂອງ​ເຂດ​ກວາງ​ຊີ​ຈີນ

cri
ຕາມ​ຂ່າວສານ​ຊິນ​ຮວາ,ນັກ​ຂ່າວ​ໄດ້​ຊາບ​ຈາກ​ພະ​ແນກ​ການ​ທ່ອງ​ທ່ຽວ​ເຂດ​ກວາງ​ຊີ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ວ່າ,​ປີ​2006,​ເຂດ​ກວາງ​ຊີ​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ອາ​ຊຽນ​4​ແສນ​3​ໝື່ນ​ກວ່າ​ເທື່ອ​ຄົນ,​ກວມ​40%​ຂອງ​ຍອດ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ທີ່​ເຂດ​ກວາງ​ຊີ​ຕ້ອນ​ຮັບ.

ຄຽງ​ຄູ່​ກັບ​ງານ​ເອັກສ​ໂປ​ຈີນ-ອາ​ຊຽນມີ​ອິດ​ທິພົນ​ຫຼາຍ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,ອາ​ຊຽນ​ໄດ້​ກາຍ​ເປັນ​ຕະຫຼາດການ​ທ່ອງ​ທ່ຽວຕ່າງປະ​ເທດທີ່​ສຳຄັນ​ຂອງ​ເຂດ​ກວາງຊີ.ປີ​ກາຍ​ນີ້,​ໃນ​10​ປະ​ເທດ​ທີ່​ມີ​ນັກ​ທ່ອງ​ທ່ຽວ​ ມາ​ທ່ຽວ​ຢູ່​ເຂດ​ກວາງ​ຊີ​ຫຼາຍ​ກວ່າ​ໝູ່​ນັ້ນ,​ມີ​4​ປະ​ເທດ​ແມ່ນ​ປະ​ເທດ​ອາ​ຊຽນ,​ໃນ​ນັ້ນ,​ຫວຽນ​ນາມ​ເປັນ​ອັນ​ດັບ​ໜຶ່ງ,ມາ​ເລ​ເຊຍ​ເປັນ​ທີ​ສອງ.

ທ່ານ​ຄ່າງ​ທຽນ​ປາວ ຮອງ​ຫົວໜ້າ​ພະ​ແນກ​ການ​ທ່ອງ​ທ່ຽວ​ເຂດ​ກວາງ​ຊີ​ກ່າວ​ວ່າ,​ພະ​ແນກ​ດັ່ງ​ກ່າວ​ຈະ​ສື​ບຕໍ່​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ພະ​ແນກ​ຄຸ້ມ​ຄອງ​ການ​ທ່ອງ​ທ່ຽວ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ,​ສ້າງ​ສະ​ຫະ​ພັນ​ຮ່ວມ​ມື​ຕະ​ຫຼາດ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ເຂດ​ກວາງ​ຊີ​ກັບ​ເຂດ​ອ້ອມ​ແອ້ມ.