ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-22 20:36:56    
ຝ່າຍ​ຈີນ​ມີ​ເຈດ​ຈຳ​ນົງ​ໃຫ້​ຊຸກ​ຍູ້​ການ​ແກ້​ໄຂ​ບັນ​ຫາ​ດາ​ຟູນ​ຂອງ​ຊູ​ດັງ​ດ້ວຍ​ການ​ເຈ​ລະ​ຈາ​ແລະ​ການ​ປຶກ​ສາ​ຫາ​ລື​ທີ່​ສະ​ເໝີ​ພາບ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ22​ມີນາ​ນີ້,ຢູ່​ປັກ​ກິ່ງ,​ໃນ​ກອງ​ປະຊຸມນັກ​ຂ່າ​ວປະຈຳ,​ທ່ານ​ລິວ​ຈ້ຽນ​ຊ່າວ ​ໂຄ​ສົກ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ກ່າວ​ຕີ​ໂຕ້​ຄຳ​ຕິຕຽນ​ຂອງ​ບຸກ​ຄົນ​ການ​ເມືອງ​ບາງ​ທ່ານ​ຂອງ​ຝະ​ຣັ່ງ​ທີ່​ມີ​ຕໍ່​ຫຼັກ​ໝັ້ນ​ຂອງ​ຈີນ​ໃນ​ບັນຫາ​ດາ​ຟູນ.​ທ່ານ​ເວົ້າ​ວ່າ,​ຝ່າຍ​ຈີນ​ມີ​ເຈດ​ຈຳ​ນົງ​​ຕະ​ຫຼອດ​ມາ​ໃຫ້​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຊູ​ດັງ,​ມີ​ເຈດ​ຈຳ​ນົງ​ໃຫ້​ຊຸກ​ຍູ້​ການ​ແກ້​ໄຂ​ບັນ​ຫາ​ດາ​ຟູນ​ດ້ວຍ​ການ​ເຈ​ລະ​ຈາ​ແລະ​ການ​ປຶກ​ສາ​ຫາ​ລື​ທີ່​ສະ​ເໝີ​ພາບ​ກັນ.​ໃນ​ເວ​ລາ​ຢ້ຽມ​ຢາມ​ຊູ​ດັງ​ໃນ​ເດືອນ​ກຸມ​ພາ​ປີ​ນີ້,​ທ່ານ​ຫູ​ຈິນ​ທ່າວ​ປະ​ທານ​ປະ ​ເທດ​ຈີນ​ເຄີຍ​ສະ​ເໜີ​​ເຈດ​ຈຳ​ນົງ​ສີ່​ຂໍ້​ກ່ຽວ​ກັບ​ບັນ​ຫາ​ດາ​ຟູນ,​ເຈດ​ຈຳ​ນົງ​ເຫຼົ່າ​ນີ້​ມີ​ຜົນ​ດີ​ຕໍ່​ການ​ແກ້​ໄຂ​ບັນ​ຫາ​ນີ້​ຢ່າງ​ເໝາະ​ສົມ​ໂດຍ​ໄວ.

ທ່ານ​ລິວ​ຈ້ຽນຊ່າວ​ກ່າວ​ເນັ້ນວ່າ,ບັນຫາ​ດາ​ຟູນ​ຍາກ​ທີ່​ຈະ​​ແກ້​ໄຂ​ໄດ້​ໃນ​ບາດ​ດຽວ,​ລັດ​ຖະ​ບານ​ຈີນ​ຍິນ​ດີ​ພ້ອມ​ກັບ​ປະຊາ​ຄົມ​ໂລກ,​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ໃນ​ບັນ​ຫາ​ນີ້.