ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-26 16:03:40    
ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ຫວຽດ​ນາມ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ຂະ​ຫຍາຍ​ໄປ​ສູ່​ລະ​ດັບ​ສູງ​ໃຫມ່

cri Author: sayvanny
ຕາມ​ຂ່າວ cri :ວັນ​ທີ 25 ມີນາ​ນີ້ ຢູ່​ປັກ​ກິ່ງ, ທ່ານ​ຖາງ​ເຈ່ຍ​ຊວນ ທີ່​ປຶກສາ​​ແຫ່ງ​ລັດ​ຈີນກ່າວວ່າ, ຝ່າຍ​ຈີນ​ຍິນ​ດີ​ພ້ອມ​ກັນກັບ​ຝ່າຍ​ຫວຽດນາມ​ທຳ​ຄວາມ​ພະຍາຍາມ, ຊຸກ​ຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​​ໃຫ້ຂະຫຍາຍ​ໄປ​ສູ່​ລະດັບ​ສູງ​ໃຫມ່.

​ໃນ​ເວລາ​ພົບ​ປະ​ທ່ານ​ຟາ​ມ​ເກ​ຍຄຽມ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ,ທ່ານ​ຖາງ​ເຈ່ຍ​ຊວນ​ກ່າວ​ວ່າ, ​ໃຕ້​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ຂອງ​ສອງ​ຝ່າຍ, ກາ​ນພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ຫວຽດ​ນາມ​ໄດ້​ມີຄວາມ​ຄືບ​ຫນ້າ​ໃຫມ່​ເລື້ອຍໆ.ພັກ​ແລະ​ລັດຖະບານ​ຈີນ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ ຫວຽດ​ນາມ, ຍິນ​ດີ​ພ້ອມ​ກັບ​ຝ່າຍ​ຫວຽດ​ນາມ​ທຳ​ຄວາມພະຍາ​ຍາມ,ຕັ້ງ​ຫນ້າ​ຜັນ​ຂະ​ຫຍາຍ​ຄວາມ​ຮັບ​ຮູ້​ຄື​ກັນ​ທີ່​ສຳ​ຄັນ​ທີ່​ເລ​ຂາ​ທິ​ການ​ໃຫຍ່​ຂອງ​ສອງ​ພັກ​ເຊັນ​ກັນໃນ​ເວລາ​ຢ້ຽມຢາມ​ກັນ​ປີ​ກາຍນີ້​,​ເພີ່ມ​ທະວີ​ການ​ຮ່ວມມື​ໃນຂົງ​ເຂດ​ການ​ເມືອງ ​ເສດ​ຖະ​ກິດ ວັດ​ທະ​ນະ​ທຳ​ແລະ​ສັງ​ຄົມ, ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ຫວຽດ​ນາມ​​ໃຫ້​ຂະ​ຫຍາຍ​ເຖິງ​ລະດັບ​ສູງ​ໃຫມ່.

ທ່ານ​ຟາ​ມ​ເກ່ຍ​ຄຽມ​ກ່າວວ່າ, ຜູ່​ນຳ​ຂອງ​ສອງ​ຝ່າຍ​ໄດ້​ຊີ້​ທິດ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ແລ້ວ, ຝ່າຍ​ຫວຽດ​ນາມ​ຍິນ​ດີ​ພ້ອມ​ກັບ​ຝ່າຍ​ຈີນ​ເປີດ​ກວ້າງ​ແລະ​ລົງ​ເລິກ​ການ​​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ຢ່າງ​ຮອບ​ດ້ານ,ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ​ແລະ​ຮ່ວມ​ມື​ກັນ​ຖານ​ບ້ານ​ໃກ້​ເຮືອນຄ​ຽງ​ລະຫວ່າງ​ຈີນ​ກັບ​ຫວຽດ​ນາມ​ໃຫ້​ຂະຫຍາຍ​ໄປ​ຫນ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.