ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-26 16:26:55    
ວົງ​ການ​ຕ່າງໆ​ຂອງ​ຮົງ​ກົງ​ເຫັນ​ວ່າ, ​ທ່ານ​ເຈິ່ງ​ອິ່ນ​ຊວນ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຜູ່​ວ່າການ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ສະ​ໄຫມ​ທີ​ສາມ​ແມ່ນ​ສົມ​ກັບ​ຄວາມ​ປາ​ຖະ​ຫນາ​ຂອງ​ຄົນ​ທັງ​ຫລາຍ

cri Author: sayvanny
ຕາມ​ຂ່າວສານ​ຊີ​ນຮວາ:​ໃນ​ການ​ເລືອກ​ຕັ້ງຜູ່​ວ່າການ​ເຂ​ດບໍລິຫານ​ພິ​ເສດຮົງ​ກົງ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 25 ມີນານີ້, ທ່ານ​ເຈິ່ງ​ອິ່ນ​ຊວນ​ໄດ້​ຮັບ​ບັດກາຍ 80%,​ໄດ້ຮັບ​ເລືອກຕັ້ງ​ເປັນ​ຜູ່​ວ່າການ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ສະ​ໄຫມ​ທີ​ສາມ.ພາຍຫລັງປະກາດ​ຜົນ​ການ​ເລືອກ​ຕັ້ງແລ້ວ, ບຸກຄົນ​ໃນ​ວົງ​ການ​ຕ່າງໆ​ແລະ​ສື່​ມວນ​ຊົນຮົງ​ກົງ​ທະຍອຍ​ກັນ​ກ່າວ​ວ່າ, ທ່ານ​ເຈິ່ງ​ອິ່ນ​ຊວນ​ໄດ້​ຮັບ​ເລືອກ​ຕັ້ງດ້ວຍ​ສຽງສ່ວນ​ຫລາຍ​ແມ່ນ​ສົມກັບ​ຄວາມ​ປາຖະຫນາ​ຂອງ​ຄົນ​ທັງຫລາຍ, ອັນ​ໄດ້​ສ່ອງ​ແສງຄວາມ​ປາຖະຫນາ​ຕົ້ນຕໍ​ໃນ​ສັງຄົມຮົງ​ກົງ.
ທ່ານ​ເຈິ່ງ​ຊ້ຽນຈື ນັກ​ທຸລະ​ກິດ​ທີ່​ມີ​ຊື່ສ​ຽງຂອງ​ຮົງ​ກົງ ກຳມະການຄະນະ​ປະຈຳສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ເວົ້າວ່າ, ທ່ານ​ເຈິ່ງ​ອິ່ນ​ຊວນ​ມີ​ຄວາມ​ສາມາດ​ປົກຄອງ​ທີ່​ເຂັ້ມ​ແຂງ.​ໃນສອງ​ປີ​ມານີ້,ທ່ານ​ໄດ້​ດຳ​ເນີນ​ການ​ປົກຄອງ​ຕາມ​ກົດຫມາຍ, ​ໄດ້​ຮັບ​ຜົນງານ​ທີ່ດີ​ສົມຄວນ,ທ່ານ​ໄດ້​ຮັບ​ເລືອກ​ຕັ້ງ​ແມ່ນ​ຖືກ​ກັບ​ປາ​ຖະ​ຫນາ​ຂອງ​ປະ​ຊາ​ຊົນ.

ທ່ານ​ທຽນ​ໄປ​ຈຸ້ນ ປະທານ​ພັກ​ເສ​ລີ​ເວົ້າ​ວ່າ, ສະພາບ​ແວດ​ລ້ອມ​ເສດ​ຖະກິດ​ຂອງ​ຮົງ​ກົງ​ໄດ້​ຣັບ​ການ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ຫລາຍ,ອັດ​ຕາ​ຫວ່າງ​ງານ​ກໍ່​ຫລຸດລົງ​ເຖິງ​ລະດັບ​ຕ່ຳ​ສຸດ​ໃນ 9 ປີ​ມານີ້.ທ່ານ​ກ່າວ​ວ່າ​ຈະ​ສືບຕໍ່​ສະ​ຫນັບ​ສະ​ຫນູນ​ອົງການ​ປົກຄອງ​ເຂດ​ພິ​ເສດ​ຮົງ​ກົງ​ປົກຄອງ​ຕາມ​ກົດຫມາຍ, ​ເພື່ອ​ພັດທະນາ​ເສດຖະກິດ​ຮົງ​ກົງ​ຕື່ມ​ອີກໃນ​ຫລາຍ​ປີ​ຂ້າງ​ຫນ້ານີ້.

ຫນັງສືພິມ​ເວີນ​ຮຸ້ຍປາວ​ຂອງຮົງ​ກົງ​ໄດ້​ພິມ​ບົດ​ວິຈານ​ຊີ້​ອອກ​ວ່າ, ທ່ານ​ເຈິ່ງ​ອິ່ນ​ຊວນ​ໄດ້​ຮັບ​ເລືອກ​ຕັ້ງສະ​ແດງ​​ໃຫ້​ເຫັນ​ວ່າ​ການ​ປ່ອນ​ບັດຂອງ​ຄະນະ​ກຳມະການ​ເລືອກ​ຕັ້ງ​ເປັນ​ເອ​ກະ​ສັນ​ກັນ​ກັບ​ຄວາມ​ປາຖະຫນາ​ຂອງມວນ​ຊົນ​ສ່ວນ​ຫລາຍ,ສະ​ແດງ​ໃຫ້​ເຫັນ​ວ່າ​ຜົນ​ການ​ເລືອກ​ຕັ້ງ​ສອດ​ຄ່ອງ​ກັບ​ຄວາມ​ຄອງ​ຄອຍ​ຂອງ​ມວນ​ຊົນ.

ຫນັງສືພິມ​ຕ້າ​ກົ່ງ​ປ້າວ​ຂອງ​ຮົງ​ກົງ​ພິມ​ບົດ​ວິຈານ​ເຫັນ​ວ່າ,ຜົນ​ການ​ເລືອກ​ຕັ້ງ​ໄດ້​​ເປັນ​ອີກ​ບາດກ້າວຫນຶ່ງ​ທີ່​ສຳຄັນ​ທີ່​ສຸດໃນ​ການ​ສ້າງສາ​ຮົງ​ກົງ​​ໃຫມ່​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ​ແລະ​ຫມັ້ນຄົງຕໍ່​ໄປ.