ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-26 19:18:57    
ກອງ​ປະຊຸມ​ວິຊາ​ພາສາ​ຈີນ​ໂລກ​ຄັ້ງ​ປະຖົມ​ມະ​ເລີກ​​ໄຂ​ຂຶ້ນ​ຢູ່​ປັກ​ກິ່ງ

cri Author: cai
ຕາມ​ຂ່າວ​CRI:ວັນ​ທີ 26 ມີນາ​ນີ້,ກອງ​ປະຊຸມ​ວິຊາ​ພາສາ​ຈີນ​ໂລກ​ຄັ້ງ​ປະຖົມມະ​ເລີກ​​ໄດ້​​ໄຂ​ຂຶ້ນ​ຢູ່​ປັກ​ກິ່ງ.ຜູ້​ຊ່ຽວຊານ ນັກປາດ 200 ກວ່າ​ທ່ານ​ທີ່​ມາ​ຈາກ 70 ກວ່າ​ປະ​ເທດ​ໃນ​ໂລກ​ໄດ້​ພ້ອມ​ກັນ​ຄົ້ນ​ຄວ້າ​ຫົວ​ຂໍ້​ທີ່​ກ່ຽວ​ພັນ​ເຖິງ​ຂົງ​ເຂດ​ວິຊາ​ພາສາ​ຈີນ.

ໃນ​ພິທີ​ໄຂ​ກອງ​ປະ​ຊຸມ,ນາງ​ເຊີນ​ຈື້ລີ້ ທີ່​ປຶກສາ​​ແຫ່ງ​ລັດ​ຈີນ​ກ່າວ​ວ່າ,ການ​ຈັດ​ກອງ​ປະຊຸມ​ວິຊາ​ພາສາ​ຈີນ​ໂລກ​ຄັ້ງ​ນີ້​ສອດຄ່ອງ​ກັບ​ທ່ວງທ່າ​ຂະ​ຫຍາ​ຍວິຊາພາສາ​ຈີນ​ຢ່າງຟົດ​ຟື້ນ​ໃນ​ຍຸກ​ປະຈຸ​ບັນ,​ໄດ້​ສະ​ແດງ​​ໃຫ້​ເຫັນ​ການ​ສະໜັບ​ສະ​ໜູນຂອງ​ລັດຖະບານ​ຈີນ​ທີ່​ມີ​ຕໍ່​ການ​ຄົ້ນຄວ້າ​ວິຊາ​ພາສາ​ຈີນ,​ເປັນ​ຂີດ​ໝາຍ​ສະ​ແດງ​​ໃຫ້​ເຫັນ​ວ່າ,ການ​ຄົ້ນຄວ້າ​ແລະການ​ແລກປ່ຽນ​ດ້ານ​ວິຊາ​ພາສາ​ຈີນ​ລະຫວ່າງ​ຈີນ​ກັບ​ຕ່າງປະ​ເທດ​ໄດ້​ກ້າວ​ເຂົ້າ​ສູ່​ໄລຍະ​ຂະຫຍາຍຕົວ​ອັນ​ໃໝ່.

ວິຊາ​ພາສາ​ຈີນ​ຍັງ​ເອີ້ນ​ເປັນ​ວິຊາ​ຈີນ,​ໃຕ້​ເບື້ອງ​ຫຼັງ​ໂລກາພິວັດ,ວົງ​ການ​ວິຊາ​ພາສາ​ຈີນ​ຂອງ​ຕ່າງປະ​ເທດ​ກັບ​ວົງ​ການ​ວິຊາ​ການ​ພາຍ​ໃນ​ປະ​ເທດ​ຈີນ​ຮ່ວມ​ກັນ​ຄົ້ນຄວ້າ​ວິຊາ​ພາສາ​ຈີນ​ດ້ວຍ​ຮູບ​ການ​ສົນທະນາ​ກັນ,ພວມ​ກາຍ​ເປັນ​ກະ​ແສ​ຄົ້ນຄວ້າ​ວິຊາ​ການອັນໃໝ່.