ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-27 18:57:53    
ວັນ​ເວ​ລາ​ຈັດ​ກອງ​ປະ​ຊຸມ​ໄລຍະ​ຕໍ່​ໄປ​ຂອງ​ການ​ເຈລະ​ຈາ 6 ຝ່າຍ​ຮອບ 6 ຍັງ​ບໍ່​ທັນ​ຕົກລົງ​ເທື່ອ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 27 ມີນາ​ນີ້,ຢູ່​ປັກ​ກິ່ງ,ທ່ານ​ຊີ​ນກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,​ວັນເວລາ​ຈັດ​ກອງ​ປະ​ຊຸມ​ໄລຍະ​ຕໍ່​ໄປ​ຂອງ​ການ​ເຈລະຈາ 6 ຝ່າຍຮອບ 6 ກ່ຽວ​ກັບ​ບັນ​ຫານິວ​ເຄຼຍ​ແຫຼມ​ເກົາຫຼີຍັງ​ບໍ່​ທັນ​ຕົກລົງ​ເທື່ອ.

ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ,ທ່ານ​ຊີ​ນກ່າງ​ເວົ້າ​ວ່າ,ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຈະ​ຫາລື​ກັນ​ຕໍ່​ໄປ​ກ່ຽວ​ກັບວັນ​ເວລາ​ຈັດ​ກອງ​ປະຊຸມ​ໄລຍະ​ຕໍ່​ໄປ.ນອກ​ນີ້,ກ່ຽວ​ກັບ​ບັນຫາ​ອາ​ເມ​ລິ​ກາ​ຍົກ​​​ເລີກ​ການ​ງົດ​ເງິນ​ທຶນ​ທີ່​ສ.ປ.​ປ.​​ເກົາຫຼີ​ຝາກ​ຢູ່​ທະນາຄານ​ເດ​ວທາ​ອາຊີ​ມາ​ກາວ,ຝ່າຍ​ຕ່າງໆ​ຍັງ​ພວມ​ຫາລື​ກັນ​ຢູ່.ທ່ານ​ກ່າວ​ວ່າ,ຄວາມຫວັງ​ຂອງ​ຝ່າຍຕ່າງໆ​ທີ່​ປະຕິບັດ​ຖະ​ແຫຼງການ​ຮ່ວມວັນ​ທີ 19 ກັນຍາ​ແລະ​ແຜນ​ດຳ​ເນີນ​ງານ​ໄລຍະ​ຕົ້ນ​ນັ້ນ​ບໍ່​ມີ​ການ​ປ່ຽນ​ແປງ.

ກອງ​ປະຊຸມ​ໄລຍະ​ທີ​ໜຶ່ງ​ຂອງ​ການ​ເຈລະຈາ 6 ຝ່າຍ​ຮອບ 6 ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ແຕ່​ວັນ​ທີ 19 ຫາ 22 ມີນາ​ນີ້.