ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-28 15:55:36    
ໂຄ​ສົກ​ຫ້ອງ​ການ​ວຽກ​ງານ​ໄຕ້​ຫວັນ​ຂອງ​ລັດ​ຖະ​ບານ​ຈີນ​ກ່າວ​ຢ້ຳ​ວ່າ,​ເດັດ​ຂາດ​ບໍ່​ອະ​ນຸ​ຍາດ​ໃຫ້​ອິດ​ທິ​ກຳ​ລັງ​ແບ່ງ​ແຍກ​ໄຕ້​ຫວັນ​ຕັດ​ແບ່ງ​ໄຕ້​ຫວັນ​ອອກ​ຈາກ​ຈີນ​​ໃນ​ນາມ​ໃດໆ​ແລະ​ດ້ວຍ​ຮູບ​ການ​ໃດໆ

cri Author: sayvanny
ຕາມ​ຂ່າວ cri: ວັນ​ທີ 28 ມີນາ​ນີ້,ຢູ່​ປັກ​ກິ່ງ, ທ່ານ​ຢາງ​ອີ້ ​ໂຄ​ສົກ​ຫ້ອງ​ການ​ວຽກ​ງານ​ໄຕ້​ຫວັນ​ຂອງ​​ລັດ​ຖະ​ບານ​ຈີນ​ກ່າວ​ຢ້ຳວ່າ, ​ເດັດ​ຂາດ​ບໍ່​ອະ​ນຸ​ຍາດ​ໃຫ້​ອິດ​ທິ​ກຳ​ລັງ​​ແບ່ງ​ແຍກ​ໄຕ້​ຫວັນ​ຕັດ​ແຍກ​ໄຕ້​ຫວັນ​ອອກ​ຈາກ​ຈີນ​​​ບໍ່​ວ່າ​ຈະ​ເປັນ​ໃນ​ນາມ​ໃດໆ​ແລະ​ດ້ວຍ​ຮູບ​ການ​ໃດໆ.

​ໃນ​ງານ​ຖະ​​ແຫລງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ, ທ່ານ​ຢາງອີ້​ກ່າວວ່າ,ຫວ່າງ​ມໍ່ໆ​ນີ້, ​ເສີນ​ມິ​ງທົ່ງ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ໄຕ້​ຫວັນ​ແລະ​​ຜູ່​ອື່ນໆ​ໄດ້​ສະ​ເຫນີ​ອັນ​ທີ່​ວ່າ​ຮ່າງ​ລັດ​ຖະ​ທຳ​ມະນູນ​ສາ​ທາ​ລະ​ນະ​ລັດ​ທີ​ສອງ,ການ​ກະ​ທຳ​ແນວ​ນີ້​ພໍດີ​ຖືກ​ກັບ​ກົນ​ອຸ​ບາຍ​ຂອງ​ເສີນ​ຊຸຍ​ປຽນ​ທີ່​ຢາກ​ຈະ​ເຮັດ​ໃຫ້​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ​ໃນ​ທາງ​ດ້ານ​ກົດ​ຫມາຍ,​ແລະໄດ້​ຈັດ​ເຂົ້າ​ໃນ​ເຈດ​ຈຳ​ນົງ​ແບ່ງ​ແຍກທີ່​ວ່າຝັ່ງ​ຫນຶ່ງ​ປະ​ເທດ​ຫນຶ່ງ, ປະຕິ​ເສດເລື່ອງ​ຈິງ​ທີ່​ແຜ່ນ​ດິນ​ໃຫຍ່​ກັບ​ໄຕ້​ຫວັນ​ລ້ວນ​ແຕ່​ຂຶ້ນ​ກັບ​ຈີນ,ມີ​ເຈດ​ຕະນາ​ເຮັດ​ໃຫ້​ປະ​ເທດຊາດ​ແຕກ​ແຍກ​ກັນ.

ທ່ານ​ຢາງອີ້ຊີ້​ອອກ​ວ່າ, ມີ​ແຕ່​ສະກັດ​ກັ້ນການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ໄຕ້​ຫວັນ​​ໃຫ້​ເປັນ​ເອກະລາດ​ຢ່າງ​ເດັດຂາດ​ທໍ່​ນັ້ນ,ຈິ່ງ​ຈະສາມາດ​ປົກ​ປັກ​ຮັກສາ​ສັນຕິພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ເຂດຮ່ອມ​ທະ​ເລ​ໄຕ້​ຫວັນ​ຈົນຮອດ​ພາກ​ພື້ນ​ອາ​ຊີ​ປາ​ຊິກ​ຟິກ​ໄດ້.ຝ່າຍ​ແຜ່ນດິນ​ໃຫຍ່​ຈະ​ເອົາ​ໃຈ​ໃສ່​ຕິດຕາມ​ການ​ຂະຫຍາຍຕົວ​ຂອງ​ສະ​ພາບ​ການ​ຢ່າງ​ໃກ້ຊິດ.