ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-28 16:57:10    
ສະ​ພາ​ສູງ​ອາ​ເມ​ລິ​ກາ​ຢັບ​ຢັ້ງ​ຂໍ້​ສະ​​ເໜີ​ທີ່​ໃຫ້​ຕັດ​ຕາ​ລາງ​ເວລາ​ຖອນ​ທະ​ຫານ​ອອກ​ຈາກ​ຮ່າງ​ກົດ​ໝາຍ​ງົບປະ​ມານ​ສົງ​ຄາມ​ສຸກ​ເສີນ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 27 ມີນາ​ນີ້,ສະ​ພາ​ສູງ​ອາ​​ເມ​ລິ​ກາ​ໄດ້​ຢັບຢັ້ງ​ຂໍ້​ສະ​​ເໜີ​ຂອງ​ສະ​ມາຊິກ​ສະພາ​ສັງກັດ​ພັກ​​​ເຣພັບ​ລິກກັນທີ່​ໃຫ້​ຕັດ​ຕາລາງ​ເວລາ​ຖອນທະ​ຫານ​ອອກ​ຈາກ​ອີຣັກ​ອອກ​ຈາກ​ຮ່າງ​ກົດໝາຍ​ງົບປະມານ​ສົງຄາມ​ສຸກ​ເສີນດ້ວຍ​ຜົນການລົງ​ຄະ​ແນນ​ສຽງ 50 ສຽງ​ຕໍ່ 48 ສຽງ.

ທ່ານ​ຮາຣີ ​ເຣດ ຜູ້ນຳ​ພັກສຽງສ່ວນ​ຫຼາຍ​ໃນສະພາ​ສູງ ສະມາຊິກ​ສະພາ​ສັງ​ກັດພັກ​​ເດ​ໂມ​ແຄຣດກ່າວ​ວ່າ,ຜົນການ​ລົງ​ຄະ​ແນນ​ສຽງໃນ​ມື້​ດຽວ​ກັນ​ນີ້,​ໄດ້​ສົ່ງ​ສັນຍານ​ອັນ​​ແຮງ​ກ້າ​ໃຫ້ປະ​ທານາ​ທິບໍດີ​ຈອັດ ບຸ​ສວ່າ,ປະ​ຈຸ​ບັນ​ໄດ້​​ເຖິງ​ເວລາທີ່​ຕ້ອງປ່ຽນ​ນະ​ໂຍບາຍ​ຂອງ​ລັດ​ຖະບານ​ທີ່​ມີ​ຕໍ່​ອີຣັກ​ຢ່າງ​ເຖິງ​ຖອງ​ແລ້ວ,​ການ​ປ່ຽນ​ນະ​ໂຍບາຍ​ຕໍ່​ອີ​ຣັກ​ນັ້ນ​ກ່ອນ​ອື່ນ​ຄວນ​ເລີ່ມ​ຈາກ​ການ​ຖອນ​ທະ​ຫານ.ທ່ານ​ຍັງ​ກ່າວ​ວ່າ,ທ່ານ​ປະທາ​ນາທິ​ບໍດີ​ຕ້ອງ​ປ່ຽນ​ທິດສົງຄາມ​ອີ​ຣັກ,ຮ່າງ​ກົດ​ໝາຍ​ງົບ​ປະ​ມານ​ການ​ເງິນ​ສົງຄາມ​ສຸກ​ເສີນ​ທີ່​ສະພາ​ສູງ​ອາ​ເມ​ລິ​ກາ​ພວມ​ຫາລື​ກັນ​ນັ້ນ,​ໄດ້​ສະໜອງໂອກາດໃຫ້​ແກ່​ທ່ານ​ປະທາ​ນາ​ທິບໍດີ.