ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-29 15:30:18    
ກອງ​ປະ​ຊຸມ​ປ້ອງ​ກັນ​​ແລະ​ປິ່ນ​ປົວ​ໄຂ້​ຫວັດ​ສັດ​ປີກ​​ຂອງ​ໂລກ​ອອກ​ຖະ​ແຫລງ​ການ​ຢາ​ກາກ​ຕາ

cri Author: sayvanny
ຕາມ​ຂ່າວ cri:ຕອນ​ຄ່ຳ​ວັນ​ທີ 28 ມີນານີ້​,ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ປ້ອງ​ກັນ​ແ​ລະ​ປິ່ນປົວ​ໄຂ້ຫວັດ​ສັດ​ປີກ​ສາກົນ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນຫລວງ​ຢາ​ກາກ​ຕາ​ຂອງ​ອິນ​ໂດ​ເນ​ເຊຍ​ໄດ້​ອອກ​ຖະ​ແຫລ​ງການ​ຢາ​ກາກ​ຕາ,ຮຽກຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ນຳໃຊ້​ຂໍ້​ມູນ​ຂ່າວສານ​ກ່ຽວກັບ​ໄຂ້ຫວັດ​ສັດ​ປີກ​ຢ່າງ​ທ່ຽງ​ທຳ,​ເພື່ອ​ຄວບ​ຄຸມ​ແລະ​ປ້ອງ​ກັນ​ໄຂ້ຫວັດ​ສັດປີກ​ໃນ​ຂອບ​ເຂດ​ທົ່ວ​ໂລກ.

ຜູ່​ແທນ​ຂອງ​ອົງການ​ອະນາ​ໄມ​ໂລກ​ແລະ 10 ກວ່າ​ປະ​ເທດ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ເທື່ອ​ນີ້.​ໃນ​ກອງ​ປະຊຸມ​,ທ່ານຊູຊີ​ໂລ ບຳບັງ ຢູ​ໂດ​ໂຢ​ໂນ ປະທານາທິບໍດີ​ອິນ​ໂດ​ເນ​ເຊຍ​ກ່າວວ່າ, ຍ້ອນ​​ແຕ່ລະປະ​ເທດ​​ມີ​ກຳລັງ​ຕົວ​ຈິງຕ່າງ​ກັນ,ຄວາມ​ສາມາດ​ຕ້ານ​ການລະບາດ​ຂອງ​ພະຍາດ​ກໍ່​ຕ່າງ​ກັນ, ຄວາມ​ແຕກ​ຕ່າງ​ກັນ​ໃນ​ດ້ານ​ນີ້​ຈະ​ກະທົບ​ເຖິງ​ຄວາມ​ພະຍາຍາມ​ຂອງ​ທົ່ວ​ໂລກ​ໃນ​ການ​ຕ້ານ​ໄຂ້ຫວັດ​ສັດ​ປີກ,ທ່ານ​ຊີ້​ອອກ​ວ່າ,ປະຊາ​ຄົມ​ໂລກ​ຄວນ​ໃຫ້​ປະ​ເທດ​ທຸກ​ຍາກ​ແລະ​ປະ​ເທດ​ຮັ່ງມີ​ມີ​ຄວາມ​ສາມາດ​ຕ້ານ​ໄຂ້ຫວັດ​ສັດ​ປີກ​ທີ່​ເທົ່າ​ທຽມ​ກັນ.