ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-29 15:32:50    
ທ່ານ​ບຸສ​ກ່າວ​ວ່າ​ຈະ​ຢັບ​ຢັ້ງ​ຮ່າງ​ກົດ​ຫມາຍ​ລາຍ​ຈ່າຍ​ທາງ​ການ​ທະ​ຫານ​ທີ່​ມີ​ຕາ​ຕະ​ລາງ​ເວ​ລາ​ຖອນ​ທະ​ຫານ​ແນບ​ໄປ​ນຳ

cri Author: sayvanny
ຕາມ​ຂ່າວ cri:ວັນ​ທີ 28 ມີນາ​ນີ້ ທ່ານ​ຈັອດບຸ​ສ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ກ່າວ​ຢ້ຳວ່າ, ທ່ານ​ຈະ​ຢັບ​ຢັ້ງ​ທຸກ​ຮ່າງ​ກົດ​ຫມາຍ​ກ່ຽວ​ກັບ​ລາຍ​ຈ່າຍ​ການ​ທະ​ຫານ​ທີ່​ວາງ​ຕາ​ຕະ​ລາງ​ເວລາ​ໃຫ້​ທະຫານ​ອາ​ເມ​ລິ​ກາ​ຖອນ​ອອກ​ຈາກ​ອີຣັກ​ ​ທີ່​ຜ່ານ​ໃນ​ລັດ​ຖະ​ສະ​ພາ​ນັ້ນ,​ເພາະວ່າ​ການ​ກຳນົດ​ເວລາ​ຖອນ​ທະຫານ​ອອກ​ຈາກ​ອີຣັກ​,​ເວົ້າສຳລັບ​ອາ​ເມ​ລິ​ກາ​ແລະ​ອີຣັກ​ແລ້ວ​ລ້ວນ​ແຕ່​​ແມ່ນ​ໄພພິບັດ.ທ່ານ​ກ່າວ​ຢ້ຳວ່າ, ຜົນ​ປະ​ໂຫຍ​ດດ້ານ​ຄວາມ​ປອດ​ໄພ​ຂອງ​ອາ​ເມ​ລິ​ກາ​ຕ້ອງການ​ໃຫ້​ອາ​ເມ​ລິ​ກາ​​ໃຊ້ນະ​ໂຍບາຍ​ຄວາມ​ປອດ​ໄພ​ໃນ​ທ່າບຸກ.

ອາທິດ​ແລ້ວ​ນີ້,ສະພາ​ຕ່ຳ​ຂອງ​ອາ​ເມ​ລິ​ກາ​ໄດ້​ຜ່ານ​ກົດຫມາຍ​ສະບັບ​ຫນຶ່ງ,​ເຫັນ​ດີ​ສະ​ຫນອງ​ຄ່າ​ໃຊ້​ຈ່າຍ​ໃຫ້​ທະຫານ​ອາ​ເມ​ລິ​ກາ, ​ແຕ່​ພ້ອມ​ກັນ​ນັ້ນ​ກໍ່​ຮຽກ​ຮ້ອງ​ໃຫ້​ກອງ​ທະ​ຫານ​ຂອງ​ອາ​ເມ​ລິ​ກາ​ຖອນ​ອອກ​ຈາກ​ອີ​ຣັກ​ກ່ອນ​ເດືອນ​ກັນຍາ​ປີ 2008.ປັດ​ຈຸ​ບັນ,ສະ​ພາ​ສູງ​ກໍ່​ພວມ​ອະ​ພິ​ປາຍ​ກ່ຽວ​ກັບ​ກົດ​ຫມາຍ​ລາຍ​ຈ່າຍ​ການ​ທະ​ຫານ​ດັ່ງ​ກ່າວ, ກົດ​ຫມາຍ​ນີ້​ຮຽກ​ຮ້ອງ​ໃຫ້​ຖອນ​ທະ​ຫານ​ອາ​ເມ​ລິ​ກາ​ອອກ​ຈາກ​ອີ​ຣັກ​ໃນ​ລະ​ດູ​ໃບ​ໄມ້​ປົ່ງ​ຂອງ​ປີ 2008.