ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-30 16:24:27    
ງານ​ວາງ​ສະ​ແດງ​ຂອງ​ຈີນ​ຢູ່​ມົສ​ກູ​ໄດ້​ອັດ​ລົງ

cri Author: sayvanny
ຕາມ​ຂ່າວສານ​ຊີ​ນຮວາ: ງານ​ວາງສະ​ແດງ​ຂອງຈີນ​ທີ່​ຈັດຂຶ້ນ​ຢູ່​ມົສກູເປັນ​ເວລາ​ສີ່​ມື້​ໄດ້​ອັດລົງ​ແລ້ວ​ໃນ​ຕອນ​ບ່າຍ​ວັນ​ທີ 29 ມີນາ​ນີ້.
ງານ​ວາງສະ​ແດງ​ເທື່ອ​ນີ້​ແມ່ນ​ກິດຈະກຳ​ສຳຄັນ​ອັນ​ຫນຶ່ງໃນ​ປີ​ມິດຕະພາບ​ຈີນ​ທີ່​ຈັດ​ຂຶ້ນ​ຢູ່ຣັດ​ເຊຍ​​ປີ​ນີ້,​ໄດ້ດູດ​ດຶງ​ເອົາ​ຄວາມ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຈາກ​ສື່​ມວນ​ຊົນ​ແລະ​ບຸກຄົນ​​ໃນວົງ​ການ​ຕ່າງໆ​ຂອງຣັດ​ເຊຍ​.ຕາມ​ການ​ສະຖິຕິ​ຂອງ​ສູນ​ວາງສະ​ແດງ, ຕັ້ງ​ແຕ່​ໄດ້​ຈັດ​ງານ​ວາງສະ​ແດງ​ແຕ່​ວັນ​ທີ 26 ມີນາ​ນີ້​ເປັນຕົ້ນມາ, ລວມມີ 8 ຫມື່ນ 6 ພັນ 1 ຮ້ອຍ​​ເທື່ອ​ຄົນ​ໄດ້​ເຂົ້າຊົມ​ງານ​ວາງສະ​ແດງ.​ໃນ​ໄລຍະ​ຈັດ​ງານ​ວາງສະ​ແດງ,​ໄດ້​ເຊັນ​ຂໍ້​ຜູກ​ພັນ​ທີ່​ມີ​ມູນ​ຄ່າ 4 ຕື້ 900 ກວ່າ​ລ້ານ​ໂດ​ລາ,​ເຊິ່ງກ່ຽວພັນ​ເຖິງ​ຜະລິດ​ຕະພັນ​ ລົດຍົນຊິ້ນ​ສ່ວນ​ລົດຍົນ​ເຄື່ອງ​ໄຟຟ້າ​ທີ່​ໃຊ້​ໃນ​ເຮືອນ​ແລະ​ແຜ່ນ​ແພເປັນຕົ້ນ.

ພາຍຫລັງ​ໄດ້​ເຂົ້າຊົມ​ງານ​ວາງສະ​ແດງ​ແລ້ວ, ທ່ານ​ເກີ​ມານ.​ເກຼຟ ລັດຖະມົນຕີ​ວ່າການ​ກະຊວງ​ເສດຖະກິດ​ການ​ຄ້າຣັດ​​ເຊຍ​ກ່າວ​ວ່າ, ຈີນຈັດ​ງານ​ວາງສະ​ແດງ​ຂະຫນາດ​ໃຫຍ່ທີ່​ສຸດແລະ​ມີ​ລະດັບ​ສູງທີ່​ສຸດຢູ່​ຣັດ​ເຊຍ​​ເທື່ອ​ນີ້,​ເຮັດ​ໃຫ້​ທ່ານ​ຮູ໊ສຶກດີ​ໃຈ​ແລະ​ມີ​ກຽດ​ທີ່​ສຸດ.ທ່ານ​ຍັງ​ສະ​ເຫ​ນີ​ໃຫ້​ຝ່າຍ​ຈີນ​​ໄປຈັດ​ງານ​ວາງສະ​ແດງຄ້າຍຄືກັນ​ນີ້​ອີກ​ເທື່ອ​ຫນຶ່ງຢູ່ເມືອງ​ຊັງ​ເປ​ແຕັກສ ບວກ.

ທ່ານ​ໂຮ້ຈ້ຽນ​ໂກ ຫົວຫນ້າ​ຫນ່ວຍ​ງານກອງ​ປະຊຸມກຽມ​ຈັດ​ງານ​ວາງສະ​ແດງ​ຈີນ ​ເຈົ້າຫນ້າ​ທີ່​ກະຊວງ​ການ​ຄ້າ​ຈີນ​ເວົ້າວ່າ, ງານ​ວາງສະ​ແດງ​ແລະ​ກິດຈະກຳ​ຕ່າງໆ​ທີ່​ຈັດ​ຂຶ້ນ​ໃນ​ໄລຍະ​ງານ​ວາງສະ​ແດງ​ເທື່ອ​ນີ້​​ໄດ້​ເຮັດ​ໃຫ້​ຄົນຣັດ​ເຊຍ​ຮູ້ຈັກ​ປະ​ເທດ​ຈີນ​ຄືນ​ໃຫມ່,​ໄດ້​ເຂົ້າ​ໃຈ​ຈີນ​ຫລາຍ​ກວ່​ເກົ່າ, ​​ແລະໄດ້​ບັນລຸຈຸດປະສົງ​ທີ່​ຄາດ​ໄວ້​​ເພື່ອເພີ່ມ​ຄວາມ​ເຂົ້າ​ໃຈ​ກັນ ​ແລະ​ມິດຕະພາບ​ ເປີດ​ກວ້າງ​ການ​ຮ່ວມ​ມືດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ.