ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-03-31 20:46:55    
ພັກ​ກົກ​ມິນ​ຕັງ​ຈີນ​ຈັດ​ການ​ແຫ່​ຂະ​ບວນ​ແລະ​ໂຮມ​ຊຸມ​ນຸມ​ເພື່ອ​ຄັດ​ຄ້ານ​ການ​ເຄື່ອນ​ໄຫວ​ອັນ​ທີ່​ວ່າ"ປ່ຽນ​​ເປັນ​ຊື່​ທີ່​ຖືກ​ຕ້ອງ"ຂອງ​​ເຈົ້າ​ໜ້າ​ທີ່​ພັກ​ມິນ​ຈີ້ນ

cri Author: shuo
​ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ31​ມີນາ​ນີ,​ພັກ​ກົກ​ມິນ​ຕັງ​ຈີນ​ໄດ້​ຈັດການ​ແຫ່​ຂະ​ບວນ​​ແລະ ໂຮມ​ຊຸມ​ນຸມ​ຢູ່​ໄຕ​ເປ້,​ເພື່ອ​ຄັດຄ້ານ​ການ​ເຄື່ອນ​ໄຫວ​ອັນ​ທີ່​ວ່າ"ປ່ຽນ​ເປັນ​ຊື່​ທີ່​ຖືກ​ຕ້ອງ"ຂອງ​ເຈົ້າ​ໜ້າ​ທີ່​ພັກ​ມິນ​ຈີ້​ນ,​ຄັດ​ຄ້ານ​ການ​ກະ​ທຳ​ຂອງ​ເຈົ້າ​ໜ້າ​ທີ່​ທີ່​ລົບ​ລ້າງ​ປະ​ຫວັດ​ສາດ,​ແລະພາ​ໃຫ້​​ເຜົ່າ​ພັນ​ເກາະ​ໄຕ້​ຫວັນ​ເປັນ​ປໍ​ລະ​ປັກ​ກັນ.

ບຸກຄົນ​ພັກ​ກົກ​ມິນ​ຕັງ ຄືທ່ານ​ມາ​ອີ່​ງຈິ​ວ ອະດີດ​ປະທານ​ພັກ​ກົກ​ມິນ​ຕັງ​ແລະທ່ານ​ວາງ​ຈິ່ນ​ພີງ ຜູ້​ຮັບ​ຜິດ​ຊອບ​ອົງ​ການ​ນິຕິບັນຍັດ​ເຂດ​ໄຕ້​ຫວັນ​ໄດ້​ໄປ​ເຂົ້າ​ຮ່ວມ​ການ​​ແຫ່​ຂະ​ບວນ​ແລະ​ການ​ໂຮມ​ຊຸມ​ນຸມ​ກັບ​ປະ​ຊາ​ຊົນ​ອັນ​ໄພ​ສານ.​ຕາມ​ຂ່າວ​ແຈ້ງ​ວ່າ,​ມີ​ປະ​ຊາ​ຊົນ​ປະ​ມານ​2​ໝື່ນ​ຄົນ​ໄດ້​ເຂົ້າ​ຮ່ວມ​ການ​​ແຫ່​ຂະ​ບວນ​ແລະ​ການ​ໂຮມ​ຊຸມນຸມ.

ວັນທີ30​ມີນາ​ນີ້,​ໃນ​ກອງ​ປະຊຸມ​ຂ່າວ,ທ່ານ​ຈ່ຽງປິງຄຸ່ນ ຜູ້​ວ່າການ​ແທນ​ປະທານ​ພັກ​ກົກ​ມິນ​ຕັງ​ຈີນ​ກ່າວ​ວ່າ,​ແຕ່​ພັກ​ມິນ​ຈີ້ນ​ຂຶ້ນ​ກຳ​ອຳ​ນາດ​7​ປີ​ມາ​ນີ້,​​ໄດ້​ກໍ່​ການ​ເປັນ​ປໍ​ລະ​ປັກ​ກັນ​ລະ​ຫວ່າງ​ສອງ​ຝັ່ງ​ແລະ​ລະ​ຫວ່າງ​ເຜົ່າ​ພັນ​ເພື່ອ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ຂອງ​ພັກ​ຕົນ,​ພາ​ໃຫ້​ເສດ ຖະ​ກິດ​ຂອງ​ໄຕ້​ຫວັນ​ບໍ່​ພັດ​ທະ​ນາ,​ຄວາມ​ສະ​ຫງົບ​ຊຸດ​ຮ້າຍ​ລົງ.​ດຽວ​ນີ້,​ໄດ້​ຊຸກ​ຍູ້​ນະ​ໂຍ​ບາຍ "ລຶບ​ຊື່​ຈີນ" ຄື​ອັນ​ທີ່​ວ່າ"ປ່ຽນ​​ເປັນ​ຊື່​ທີ່​ຖືກ​ຕ້ອງ"​,​ເຈດ​ຕະ​ນາ​ລົບ​ລ້າງ​ປະ​ຫວັດ​ສາດ.