ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-01 17:21:48    
ທະຫານ​ອິສຣາ​ແອນ​ອັດ​ຕັນ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ແລະ​ແຖບ​ກາ​ຊາ​ຢ່າງ​ຮອບ​ດ້ານ

cri Author: m
ຕາມ​ຂ່າວ CRI: ວັນ​ທີ 1​ເມສານີ້, ​ໂຄສົກ​ຂອງ​ກອງ​ທັບ​ປ້ອງ​ກັນ​ປະ​ເທດ​ອິສຣາ​ແອນ​​ກ່າວ​ວ່າ, ​​ແຕ່​ຕອນ​ຄ່ຳ​ວັນ​ທີ 31 ​ມີນາ​ແລ້ວ​ນີ້ເປັນ​ຕົ້ນ​ມາ, ທະຫານ​ອິສຣາ​ແອນ​ເລີ່ມ​ປະຕິບັດ​ການ​ອັດ​ຕັນ​ຢ່າງ​ຮອບດ້ານ​ຕໍ່ຝັ່ງ​​ຕາ​ເວັນ​ຕົກ​ແມ່ນ້ຳຈໍ​ແດນ​ແລະ​ແຖບ​ກາຊາ, ​ເພື່ອ​ສະກັດ​ກັ້ນ​ບໍ່​ໃຫ້ຖືກ​ໂຈມ​ຕີ​ໃນ​ໄລຍະ​ບຸນ​ພາ​ໂຊ​ເວີ​ເຊິ່ງ​ເປັນ​ບຸນ​ຢິວທີ່​ຈະ​ວຽນມາ​ເຖິງ​ໃນ​ໄວໆ​ນີ້.

​ໂຄສົກ​ຜູ້​ນີ້​ເວົ້າ​ວ່າ, ການ​ອັດ​ຕັນຈະ​ດຳ​ເນີນ​​ເປັນ​ເວລາ​ປະມານ​ໜຶ່ງ​ອາທິດ, ​ໃນ​ໄລຍະ​ນີ້, ມີ​ແຕ່​ນາຍໝໍ, ນັກ​ຂ່າວ, ທະນາຍ​ຄວາມ​ແລະ​ພະນັກງານ​ຂອງ​ອົງການ​ທີ່​ບໍ່​ແມ່ນ​ລັດຖະບານ​ຈຶ່ງ​ສາມາດ​ເຂົ້າ​ອອກ​ຝັ່ງພາກ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ​ແລະ​ແຖບ​ກາຊາ​ໄດ້.

ບຸນ​ພາ​ໂຊ​ເວີ​​ແມ່ນ​ວັນ​ບຸນ​ອັນ​ສຳຄັນ​ອັນ​ໜຶ່ງ​ຂອງ​ຊາວ​ຢິວ.