ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-01 18:24:13    
ພາກ​​ເໜືອ​ອີຣັກ​ເກີດເຫດການ​ລະ​ເບີດ​ລົດ ​ເຮັດ​ໃຫ້ 152 ຄົນ​ເສຍ​ຊີວິດ

cri Author: m
​ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 31 ມີນາ​ແລ້ວ​ນີ້, ກະຊວງ​ພາຍ​ໃນ​ຂອງອີຣັກປະກາດ​ວ່າ, ຈຳນວນ​ຄົນ​ເສຍ​ຊີວິດໃນ​ເຫດການຫຼອນ​ໂຈມ​ຕີ​ດ້ວຍ​ການລະ​ເບີດລົດ​ບັນທຸກຢູ່​​ເມືອງທານ ອາ​ຟາ ພາກ​ເໜືອ​ອີຣັກ​​ໄດ້​​ເພີ່ມ​ຂຶ້ນ​ຮອດ 152 ຄົນ, ​ເຮັດ​ໃຫ້​ເຫດການ​ເທື່ອ​ນີ້​ກາຍ​ເປັນ​ເຫດການຫຼ​ອນ​ໂຈມ​ຕີ​​ເທື່ອ​ດຽວທີ່​ເຮັດ​ໃຫ້​ຄົນ​ເສຍ​ຊີວິດຫຼາຍກວ່າ​ໝູ່​ແຕ່​ສົງຄາມ​ອີຣັກ​ເກີດ​ຂຶ້ນ​ເປັນ​ຕົ້ນ​ມາ.

​​ໃນ​ງານ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ 31 ມີນາ​ແລ້ວ​ນີ້, ​ໂຄສົກ​ກະຊວງພາຍ​ໃນ​ຂອງອີຣັກກ່າວ​ວ່າ, ວັນ​ທີ 27 ມີນານີ້, ຢູ່​ເມືອງ​ທານ​ ອາ​ຟາ​ໄດ້​ເກີດ​ເຫດການ​ລະ​ເບີດ​ລົດບັນທຸກສອງ​ເທື່ອ, ​ໃນ​ນັ້ນ​ມີ​ເທື່ອ​ໜຶ່ງ, ພວກ​ປະກອບ​ອາວຸດ​ໄດ້​ໃຊ້​ໝື້ລະ​ເບີດ 2 ​ໂຕນ, ​ເຮັດ​ໃຫ້ 152 ຄົນ​ເສຍ​ຊີວິດ, 347 ຄົນ​ບາດ​ເຈັບ, ​ເຮືອນ​ຢູ່ຂອງ​ປະຊາຊົນ 100 ຫຼັງຖືກ​ລະ​ເບີດ​ພັງ​ທະລາ​ຍ. ສ່ວນເຫດການອີກ​ເທື່ອ​ໜຶ່ງ​ບໍ່​​ແຮງ​ປານ​ໃດ, ບໍ່​ໄດ້​ເຮັດ​ໃຫ້​ຄົນ​​ເສຍ​ຊີວິດ ຫຼືບາດ​​ເຈັບຢ່າງ​ສາຫັດ.

ອາທິດ​​ແລ້ວ​ນີ້​ແມ່ນ​ອາທິດທີ່​ຄາວ​ເລືອດ​ກວ່າ​ໝູ່​ແຕ່​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ແລະ​ລັດຖະບານ​ອີຣັກປະຕິບັດ​ແຜນການ​ປອດ​ໄພ​ໃໝ່​ແບ໌ກ​ແດ໌ດ​ແຕ່​ວັນ​ທີ 14 ​ກຸມພາ​​ແລ້ວ​ນີ້ເປັນ​ຕົ້ນ​ມາ. ການຫຼອນ​ໂຈມ​ຕີດ້ວຍ​ກຳລັງ​ຮຸນ​ແຮງ​ພາຍ​ໃນ​ອີຣັກ​ເກີດ​ຂຶ້ນ​ເລື້ອຍໆ, ນັບ​ລວມ​ແລ້ວໄດ້​ເຮັດ​ໃຫ້ 500 ກວ່າ​ຄົນ​​ເສຍ​ຊີວິດ, ຫຼາຍຮ້ອຍ​ຄົນ​ບາດ​ເຈັບ.