ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-01 19:04:10    
ທ່ານ​ຫຼີ​ຈ້າວ​ຊິ່ງ​ເດີນ​ທາງ​ໄປ​ຮອດ​ປາ​ກີ​ສະ​ຖານ,​ເລີ່ມ​ການ​ຢ້ຽມ​ຢາມ​ຢ່າງ​ເປັນ​ທາງ​ການ

cri Author: shuo
ຕາມ​ຂ່າວCRI:​ໂດຍ​ຕອບ​ສະ​ໜອງຕາມ​ການ​ເຊີນ​ຂອງ​ທ່ານ​ຄູ​ຊິດ ​ເມຣມຸດ​ຄາ​ຊູ​ຣີ ລັດຖະ ມົນຕີວ່າການ​ກະຊວງ​ການ​ຕ່າງປະ​ເທດ​ປາ​ກີ​ສະຖານ,ວັນ​ທີ1​ເມສາ​ນີ້,ທ່ານຫຼີຈ້າວ​ຊິ່ງ ລັດ ຖະມົນຕີ​ວ່າການ​ກະຊວງ​ການ​ຕ່າ​ງປະ​ເທດ​ຈີນ​ໄດ້​ເດີນທາງ​ໄປ​ຮອດ​ອິສລາມາ​ບັດ,​ເລີ່​ມ ຢ້ຽມຢາມ​ປາ​ກີ​ສະຖານ​ຢ່າງ​ເປັນ​ທາງ​ການ​ເປັນ​ເວລາ​ສອງ​ມື້.

​ໃນ​ໄລຍະ​ຢ້ຽມຢາມ​ປາ​ກີ​ສະຖານ,ທ່ານຫຼີຈ້າວ​ຊິ່ງຈະພົບ​ປະ​ເຈລະຈາ​ກັບ​ຜູ້ນຳ​ປາ​ກີ​ສະ​ຖານ​ຄືທ່ານ​ເປີ​​ເວສ ມູຊາຣາຟ ປະ​ທາ​ນາ​ທິ​ບໍ​ດີ​ ​ທ່ານ​ເຊົາ​ຄັດ ອາ​ຊິ​ສ ນາ​ຍົກ​ລັດ​ຖະ​ມົນ​ຕີ​ແລະ​ທ່ານ​ຄາ​ຊູຣີ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ,​ກ່ຽວ​ກັບ​ການ​ພົວ​ພັນ​ສອງ​ຝ່າຍ​ພ້ອມ​ດ້ວຍ​ບັນ​ຫາ​ພາກ​ພື້ນ​ແລະ​ສາ​ກົນ​ທີ່​ສົນ​ໃຈ​ນຳ​ກັນ.

ພາຍຫຼັງສິ້ນສຸດ​ການ​ຢ້ຽມຢາມປາ​ກີ​ສະຖານ​ແລ້ວ,ທ່ານຫຼີຈ້າວ​ຊິ່ງຈະ​ນຳພາ​ຄະນະ​ຜູ້​ແທນ​ໄປ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສຸດ​ຍອດຂອງ​ປະຊາຄົມ​ການ​ຮ່ວມ​ມື​ພາກ​ພື້ນອາຊີ​ໃຕ້ຄັ້ງທີ41​ທີ່​ຈັດ​ຂຶ້ນ​ຢູ່​ນິວ​ແດນ​ລີ ນະ​ຄອນ​ຫຼວງ​ອິນ​ເດຍ.ນີ້​ຈະ​ແມ່ນ​ເທື່ອ​ທຳ​ອິດ​ທີ່​ຈີນ​ເຂົ້າຮ່ວມ​ກອງ​ປະ ຊຸມສຸດ​ຍອດ​ຂອງ​ປະ​ຊາ​ຄົມ​ນີ້​ໃນ​ຖາ​ນະ​ເປັນ​ຜູ້​ສັງ​ເກດ​ການ.