ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-01 20:25:20    
ລົດ​ດວງ​ຈັນ​ສອງ​ແບບ​ທີ່​ຈີນ​ຄົ້ນ​ຄວ້າ​ຜະ​ລິດ​ເອງ​ນັ້ນ​ປະ​ກົດ​ຕົວ​ຢູ່​ທີ່​ຊຽງ​ໄຮ້

cri

ຕາມ​ຂ່າວສານ​ຊິນ​ຮວາ,​ເຄື່ອງ​ສຳ​ຫຼວດໜ້າດິນ​ດວງ​ຈັນ​ສອງ​ແບບ​ທີ່​ຈີນ​ຄົ້ນ​ຄວ້າ​ຜະ​ລິດ​ເອງ​ນັ້ນ​ໄດ້​ປະກົດ​ຕົວ​ຢູ່​ທີ່​ຊຽງ​ໄຮ້​ໃນ​ວັນ​ທີ31​ມີນາ​ແລ້ວ​ນີ້.

ເຄື່ອງ​ສຳ​ຫຼວດໜ້າດິນ​ດວງ​ຈັນ​,ທຳ​ມະ​ດາ​ແລ້ວ​ເອີ້ນ​ເປັນ​ລົດ​ດວງ​ຈັນ.ລົດ​ດວງ​ຈັນ​ສອງ​ແບບ​ທີ່​ນຳ​ມາ​ວາງສະ​ແດງ​ເທື່ອ​ນີ້​ຕ່າງ​ມີ​ຊື່​ວ່າ"​MR-2​ແລະ MR-3".​ຜູ່​ຊ່ຽວ​ຊານ​ທີ່​ເຂົ້າ​ຮ່ວມ​ການ​ຄົ້ນ​ຄວ້າ​ຜະ​ລິດ​ແນະນຳ​ວ່າ,​ລົດ​ດວງ​ຈັນ​MR-2​ສາ​ມາດ​ແລ່ນ​ ຢູ່​ເທິງ​ດິນ​ດວງ​ຈັນ​ຈຳ​ລອງ​ທີ່​ອ່ອນ​ຍຸ້ຍໆ​ນັ້ນ​ຢ່າງ​ສະ​ດວກ,​ສາ​ມາດ​ຂຶ້ນ​ໂນນ​ທີ່​ຊັນ​30​ອົງສາ.ສ່ວນ​ລົດ​ດວງ​ຈັນ​MR-3​ຍັງ​ພວມ​ຄົ້ນ​ຄວ້າ​ຜະ​ລິດ​ຢູ່.

ຜູ່​ຊ່ຽວຊານ​ກ່າວ​ວ່າ,ລົດ​ດວງ​ຈັນ​ສອງ​ແບບ​ທີ່​ນຳ​ມາ​ວາງ​ສະ​ແດງ​ເທື່ອ​ນີ້​ຍັງ​ພຽງ​ແຕ່​ແມ່ນ​ລົດ​ແບບຢ່າງ​ຕາມ​ຫຼັກ​ມູນ​ເທົ່າ​ນັ້ນ.ຄັນ​ຢາກ​ກາຍ​ເປັນ​ລົດ​ດວງ​ຈັນ​ແທ້,​ໃນ​ຂັ້ນ​ຕໍ່​ໄປ​ຍັງ​ຕ້ອງ​ແກ້​ໄຂ​ເຕັກ​ນິກ​ຂໍ​ກະ​ແຈ​ຈຳນວນ​ໜຶ່ງ.

ຕາມ​ແຜນ​ການ,​ຈີນ​ຈະ​ບັນ​ລຸ​ການ​ສຳ​ຫຼວດ​ໜ້າ​ດິນ​ດວງ​ຈັນ​ກ່ອນ​ປີ​2012.