ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-02 12:13:57    
ວິ​ສາ​ຫະ​ກິດ​ອາ​ຊຽນ​ເຂົ້າ​ຮ່ວມ​ການ​ກໍ່​ສ້າງ​ທາງ​ດ່ວນ​ຂອງ​ເຂດ​ກວາງ​ຊີ​ຈີນ​ດ້ວຍ​ຮູບ​ການ​BOT​ເປັນ​ຄັ້ງ​ທຳ​ອິດ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:​​ຫວ່າງ​ມໍ່ໆ​ນີ້,ຢູ່​ເມືອງ​ນານ​ນີງ,ພະ​ແນ​ກຄົມມະນາຄົມ​ຂອງ​ເຂດ​ປົກ​ຄອງ​ຕົນ​ເອງ​​ເຜົ່າ​ຈວ້າງ​ກວາງ​ຊີ​ຈີນ​ກັບ​ກຸ່ມ​ບໍ​ລິ​ສັດ​MTD​ຂອງ​ມາ​ເລ​ເຊຍ​ໄດ້​ຈັດ​ພິ​ທີ​ລົງ​ນາມ​ໃນ​ຂໍ້​ຜູກ​ພັນ​BOT​ກ່ຽວ​ກັບ​ທາງ​ດ່ວນ​ແຕ່​ເມືອງ​ຢາງ​ຊໍ້​ໄປ​ຫາ​ເມືອງ​ລູ້​ໄຈ້.​ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ວິ​ສາ​ຫະ​ກິດ​ຂອງ​ປະ​ເທດ​ອາ​ຊຽນ​ເຂົ້າ​ຮ່ວມ​ການ​ລົງ​ທຶນ​ແລະ​ທຸ​ລະ​ກິດ​ທາງ​ດ່ວນ​ເຂດ​ກວາງ​ຊີ​ຈີນ​ດ້ວຍ​ຮູບ​ການ​BOT.

BOT​ແມ່ນ​ຮູບ​ການ​ລະດົມ​ທຶນ​ຊະນິດ​ໜຶ່ງທີ່​ນິຍົມ​ກັນໃນ​ໂລກ,ໝາຍ​ເຖິງ​ຜູ້​ລົງ​ທຶນ​ດຳ​ເນີນ​ການ​ຄຸ້ມ​ຄອງ​ຢ່າງ​ເປັນ​ເອກະ​ພາບກັນ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ ​ໃນ​ການ​ລົງ​ທຶນ ກໍ່​ສ້າງ ​ເກັບ​ຄ່າ​ແລະ​ທຸ​ລະ​ກິດ,​ພາຍ​ຫຼັງ​ອາ​ຍຸ​ເກັບ​ຄ່າ​ທຸ​ລະ​ກິດ​ໝົດ​ກຳ​ນົດ​ແລ້ວ​ຈະ​ມອບ​ຄືນ​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ເປັນ​ຜູ້​ຄຸ້ມ​ຄອງ​ຕໍ່​ໄປ.

ຍອດມູນ​ຄ່າການ​ລົງທຶນ​ຂອງ​ທາງ​ດ່ວນ​ສາຍ​ນີ້​ມີ​ປະມານ​3​ຕື້​750​ລ້ານ​ຢວນ.