|
 |
(GMT+08:00)
2007-04-02 18:43:41
|
 |
ຈີນຫວຽດນາມສ້າງເຂດຮ່ວມມືເສດຖະກິດຂ້າມຊາຍແດນ
cri
Author: sayvanny
ວັນທີ 2 ເມສານີ້ຕາມຂ່າວສານຊີນຮວາລາຍງານວ່າ: ຈີນກັບຫວຽດນາມພວມສ້າງເຂດຮ່ວມມືເສດຖະກິດຂ້າມຊາຍແດນຢູ່ເມືອງຜິນສຽງເຂດກວາງຊີຈິນກັບແຂວງລາງເຊິ່ນຂອງຫວຽດນາມ. ຢູ່ໃນເຂດຮ່ວມມືເສດຖະກິດນີ້ຈະປະຕິບັດນະໂຍບາຍເປີດປະຕູໃນດ້ານການຄ້າສິນຄ້າ ການຄ້າບໍລິການແລະການລົງທຶນຢ່າງເສລີ.ນອກຈາກສິນຄ້າແລະເຄື່ອງຂອງທີ່ກົດຫມາຍສອງປະເທດຫ້າມຄ້າຂາຍແລ້ວ, ສິນຄ້າແລະເຄື່ອງຂອງອື່ນໆທີ່ຜະລິດຢູ່ຈີນແລະຫວຽດນາມນັ້ນລ້ວນແຕ່ສົ່ງເຂົ້າເຂດນີ້ໄດ້ຢ່າງເສລີໂດຍຍົກເວັ້ນພາສີ;ຜະລິດຕະພັນທີ່ຜະລິດໃນເຂດນີ້ຖ້າສົ່ງເຂົ້າຂາຍຢູ່ຕະຫລາດຈີນແລະຕະຫລາດຫວຽດນາມ,ຈະຫລຸດພາສີໃຫ້ເຄິ່ງຫນຶ່ງ.
ປັດຈຸບັນ, ໃນໂຄງການນີ້,ຝ່າຍຈີນລວມທັງຫມົດໄດ້ລົງທຶນ 1 ຕື້ 170 ລ້ານຢວນແລ້ວ.ອົງການວາງແຜນພັດທະນາຂອງສະຫະປະຊາຊາດຫລື UNDP ກໍ່ໄດ້ສະຫນັບສະຫນູນການສ້າງສາເຂດຮ່ວມມືເສດຖະກິດຊາຍແດນລະຫວ່າງຈີນກັບຫວຽດນາມ,ນອກຈາກໄດ້ລົງທຶນແລ້ວ,ຍັງຈະສ້າງອົງການດຳເນີນວຽກງານທີ່ກ່ຽວຂ້ອງ,ເພື່ອຊຸກຍູ້ການຄ້າຊາຍແດນຈີນຫວຽດນາມ.
ຈີນໄດ້ກາຍເປັນຄູ່ການຄ້າໃຫຍ່ທີຫນຶ່ງຂອງຫວຽດນາມສອງປີລຽນຕິດແລ້ວ,ປີກາຍນີ້,ການຄ້າລະຫວ່າງຈີນກັບຫວຽດນາມໄດ້ລື່ນກາຍ 9 ຕື້ 900 ລ້ານໂດລາ.
|
|
|