ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-03 14:33:46    
ຈີນ​ຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ເປັນ​ພິ​ເສດ​ແກ່​22​ຊົນ​ເຜົ່າ​ທີ່​ມີ​ປະ​ຊາ​ກອນ​ໜ້ອຍ

cri
ຕາມ​ຂ່າວສານ​ຊິນ​ຮວາ,​ໃນ​ໄລຍະ​ແຕ່​ປີ2006​ຮອດ​ປີ2010,ຈີນ​ຈະ​ຈັດ​ສັນ​ງົບປະມານ1​ຕື້500​ລ້ານ​ຢວນຂຶ້ນ​ໄປ​ເພື່ອ​ໃຊ້​ເຂົ້າ​ໃນ​ການສະໜັບສະໜູນ​ການ​ພັດທະນາ22​ຊົນ​ເຜົ່າ​ທີ່​ມີ​ປະຊາກອນ​ໜ້ອຍ​ໃນ​ທົ່ວ​ປະ​ເທດ.

ທ່ານ​ຢາງ​ຈ້ຽນສຽງ ຮອງ​ຫົວໜ້າ​ຄະນະ​ກຳມະການ​ວຽກ​ງານ​ຊົນ​​ເຜົ່າ​ແຫ່ງ​ຊາດ​ຈີນ​ແຈ້ງ​ວ່າ,​ຍາມ​ໃດ,ຈີນກໍ່​ໄດ້​ໃຫ້​ຄວາມ​ສຳຄັນ ​ຕໍ່​ການສະ​ໜັບສະ​ໜູນ​ການ​ພັດທະນາ​ຂອງ​ຊົນ​ເຜົ່າ ​ທີ່​ມີ​ປະ​ຊາ​ກອນ​ໜ້ອຍ,​ແລະ​ໄດ້​ວາງ​ແຜນການ​ລະອຽດ​ໂດຍ​ແນ​ໃສ່​ການ​ພັດ​ທະ​ນາ​ຂອງ​ຊົນ​ເຜົ່າ​ທີ່​ມີ​ປະ​ຊາ​ກອນ​ໜ້ອຍ​ຂອງ​7​ແຂວງ​ແລະ​ເຂດ​ປົກຄອງຕົນ​ເອງ​ຄື​ແຂວງ​ຢຸນ​ນານ,​ເຂດ​ປົກ​ຄອງ​ຕົນ​ເອງ​ມົງ​ໂກ​ໃນ,​ແຂວງ​ກ່ານ​ຊູ້,​ແຂວງ​ຊິງ​ຫາຍ,​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ອຸຍ​ອູ​ດຊິນ​ຈ່ຽງ,​ແຂວງ​ຟູ​ຈ້ຽນ​ແລະ​ແຂວງ​ກຸ້ຍ​ໂຈ່​ວ,ທ້ອງ​ຖິ່ນ​ເຫຼົ່າ​ນີ້​ກໍ​ໄດ້​ວາງ​ແຜນ​ການ​ແລະ​ມາດ​ຕະການ​ຕາມ​ສະ​ພາບ​ຕົວ​ຈິງ​ຂອງ​ຕົນ​,​​ເພື່ອ​ແກ້​ໄຂ​ບັນຫາ​ຕ່າງໆ​ຂອງ​22​ຊົນ​ເຜົ່າ​ທີ່​ມີ​ປະ​ຊາ​ກອນ​ໜ້ອຍ​ເຊັ່ນ,​ການ​ສຶກ​ສາ,​ການ​ປິ່ນ​ປົວ​ພະຍາດ,​ໃຫ້​ບູ​ລິ​ມະ​ສິດ​ແກ້​ໄຂ​ຄວາມ​ປອດ​ໄພ​ດ້ານ​ນ້ຳ​ກິນ​ຂອງ​ຊົນ​ນະ​ບົດ​ເຊິ່ງ​ຊົນ​ເຜົ່າ​ທີ່​ມີ​ປະ​ຊາ​ກອນ​ໜ້ອຍ​ນັ້ນ​ຕັ້ງ​ພູມ​ລຳ​ເນົາ​ຢູ່,​ແລະ​ໄດ້​ຮັບ​ໝາກ​ຜົນ​ທີ່​ດີ​ສົມ​ຄວນ.

ຈີນ​ມີ​55​ຊົນ​ເຜົ່າ​ສ່ວນ​ໜ້ອຍ​,​ໃນ​ນັ້ນ,ຊົນ​ເຜົ່າ​ທີ່​ມີ​ປະ​ຊາ​ກອນ​ບໍ່​ຮອດ​1​ແສນ​ຄົນ​ຖືກ​ເອີ້ນ​ເປັນ​ຊົນ​ເຜົ່າ​ທີ່​ມີ​ປະ​ຊາ​ກອນ​ໜ້ອຍ,​ຊົນ​ເຜົ່າ​ແບບ​ນີ້​ມີ​22​ຊົນ​ເຜົ່າ,​ມີ​ຈຳ​ນວນ​ປະ​ຊາ​ກອນ​ທັງ​ໝົດ​6​ແສນ​3​ໝື່ນ​ຄົນ.