|
![](/images/spacer.gif) |
(GMT+08:00)
2007-04-03 14:43:59
|
![](/images/shim.gif) |
ຂໍ້ຂັດແຍ່ງດ້ານການຄ້າລະຫວ່າງຈີນກັບເອີລົບຄວນແກ້ໄຂໂດຍຜ່ານການປຶກສາຫາລືກັນຫຼາຍກວ່າເກົ່າ
cri
Author: shuo
ຕາມຂ່າວCRI:ຫວ່າງມໍ່ໆນີ້,ຢູ່ທີ່ປັກກິ່ງ,ຜູ້ຮັບຜິດຊອບຂອງກົມການຄ້າຍຸດຕິທຳຂອງກະ ຊວງການຄ້າຈີນກ່າວວ່າ,ຂໍ້ຂັດແຍ່ງກັນດ້ານການຄ້າລະຫວ່າງຈີນກັບເອີລົບບໍ່ຄວນໃຊ້ພາຫະນະສົງເຄາະການຄ້າຢ່າງງ່າຍດາຍ,ຫາກຄວນແກ້ໄຂໂດຍຜ່ານການປຶກສາຫາລືກັນຢ່າງມີໄມຕີຈິດແລະການລົງເລິກການຮ່ວມມືກັນຫຼາຍກວ່າເກົ່າ.
ພາຫະນະສົງເຄາະການຄ້າໝາຍເຖິງມາດຕະການປົກປ້ອງທີ່ໃຊ້ເພື່ອຜົນປະໂຫຍດອຸດສາຫະກຳຂອງປະເທດຕົນຫຼືສະຫະພັນຕົນ,ຕົ້ນຕໍລວມທັງມາດຕະການຕ້ານການຂາຍເລ ຕ້ານການອຸດໜູນແລະມາດຕະການປົກປ້ອງ.ສະຫະພາບເອີລົບແມ່ນຄູ່ການຄ້າໃຫຍ່ກວ່າໝູ່ຂອງຈີນ,ທັງແມ່ນສະມາຊິກອົງການການຄ້າໂລກທີ່ດຳເນີນການສຳຫຼວດຕ້ານການຂາຍເລຫຼາຍກວ່າໝູ່ຕໍ່ຈີນ.ນັບມາຮອດປະຈຸບັນ,ສະຫະພາບເອີລົບໄດ້ດຳເນີນການສຳຫຼວດຕ້ານການຂາຍເລ127ເທື່ອ,ແລະມີທ່າອ່ຽງທີ່ເພີ່ມຫຼາຍຂຶ້ນ.
ຜູ້ຮັບຜິດຊອບຂອງກົມການຄ້າຍຸດຕິທຳຂອງກະຊວງການຄ້າຈີນຊີ້ອອກວ່າ,ຈີນແລະເອີລົບພວມສຸມກຳລັງເພື່ອຂະຫຍາຍແລະລົງເລິກການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ,ສອງຝ່າຍຕ່າງເປັນຄູ່ການຄ້າອັນສຳຄັນຂອງຝ່າຍກົງກັນຂ້າມ.ຝ່າຍຈີນຫວັງໃຫ້ຝ່າຍເອີລົບຈົ່ງພິຈາລະນາເຖິງຫຼັກໝັ້ນຂອງຈີນຢ່າງເຕັມທີ່ໃນການປັບປຸງນະໂຍບາຍສົງເຄາະ ການຄ້າ,ຝ່າຍຈີນເຊື່ອວ່ານີ້ຈະມີຜົນດີຕໍ່ການຂະຫຍາຍການພົວພັນເສດຖະກິດການຄ້າລະຫວ່າງຈີນກັບເອີລົບຢ່າງໝັ້ນທ່ຽງ ປອດໄສແລະກົມກຽວກັນ.
|
|
|