|
 |
(GMT+08:00)
2007-04-03 18:41:40
|
 |
ເຈົ້າຍິງສິລິນທອນແຫ່ງປະເທດໄທຊົງຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືດ້ານເຕັກນິກຊີວະຊາດກະສິກຳລະຫວ່າງໄທກັບຈີນ
cri
Author: sayvanny
ຕາມຂ່າວສານຊີນຮວາ: ວັນທີ 3 ເມສານີ້ ເຈົ້າຍິງມະຫາຈັກກຼີສິລິນ ທອນແຫ່ງປະເທດໄທທີ່ພວມສະເດັດຢ້ຽມຢາມຈີນຊົງກ່າວວ່າ, ຫວັງໃຫ້ສອງປະເທດໄທຈີນເພີ່ມທະວີການຮ່ວມມືດ້ານເຕັກນິກຊີວະຊາດກະສິກຳຕື່ມອີກ,ພ້ອມກັນຮັບມືກັບການທ້າທາຍຍ້ອນບັນຫາຄວາມປອດໄພທາງທັນຍາຫານໃນພາຍຫນ້າ.ເຈົ້າຍິງສິລິນທອນຊົງກ່າວວ່າ, ໄທກັບຈີນແມ່ນປະເທດໃກ້ຄຽງ,ລ້ວນແຕ່ປະເຊີນຫນ້າກັບບັນຫາຄວາມປອດໄພດ້ານທັນຍາຫານຍ້ອນປະຊາກອນເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ,ສະນັ້ນ ການຮ່ວມມືດ້ານເຕັກນິກກະສິກຳລະຫວ່າງສອງຝ່າຍຈິ່ງມີຄວາມຫມາຍສຳຄັນຫລາຍ.
ເຈົ້າຍິງສິລິນທອນຊົງອຳນວຍທັດສະນະດັ່ງກ່າວໃນເວລາເຂົ້າຮ່ວມງານສຳມະນາເຕັກນິກຊີວະຊາດກະສິກຳ ຈີນໄທຢູ່ມະຫາວິທະຍາໄລປັກກິ່ງ.
ໂດຍຕອບສະຫນອງຄຳເຊີນຂອງລັດຖະບານຈີນ,ຕອນບ່າຍວັນທີ 2 ເມສານີ້,ເຈົ້າຍິງສິລິນທອນຊົງໄດ້ສະເດັດມາຮອດປັກກິ່ງ, ຊົງສະເດັດປະພາດປະເທດຈີນເປັນເວລາ 12 ມື້.
|
|
|