ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-04 18:28:31    
ຈີນ​ຈະ​ປະ​ຕິ​ບັດ​ລະ​ບອບ​ຕັດ​ສິນ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ແລະ​ເຊີນ​ຜູ່​ຕາງ​ຫນ້າ​ລັດ​ຖະ​ບານ​ຕ່າງ​ປະ​ເທດ​ເຂົ້າ​ນັ່ງ​ຟັງ

cri Author: sayvanny
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 4 ​ເມສາ​ນີ້,ຢູ່​ປັກ​ກິ່ງ, ທ່ານ​ຈ່ຽງ​ເຈິ່ງ​​ເຫວີຍ ຫົວຫນ້າ​ຫ້ອງການ​ວຽກ​ງານ​ປ້ອງ​ກັນຮັກສາ​ສິດ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ,ປີ​ນີ້ ຈີນ​ຈະ​ປະຕິບັດ​ລະບອບຕັດສິນສິດ​ຊັບ​ສິນ​ທາງ​ປັນຍາຢ່າງ​ເປີດ​ເຜີຍ,​ແລະ​ເຊີນ​ຜູ່​ຕາງຫນ້າ​ລັດຖະບານ​ຕ່າງປະ​ເທດ​ແລະ​ອົງການ​ຈັດຕັ້ງສາກົນ​ທີ່​ປະຈຳ​ຢູ່​ຈີນ​ເຂົ້ານັ່ງ​ຟັງ​,​ເພື່ອ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ຮັກສາສິດ​ຊັບ​ສິນ​ທາງ​ປັນຍາ​ຈາກ​ດ້ານ​ຕຸລາການ​.ຜູ່​ແທນ​ສະພາປະຊາຊົນ ກຳມະການ​ສະພາ​ປຶກສາ​ການ​ເມືອງ ຜູ່​​ຕາງຫນ້າ​ຂອງ​ສະມາ​ຄົມ​ຂະ​ແຫນງ​ການ​ຕ່າງໆ​ແລະ​ພາກສ່ວນ​ທີ່​ກ່ຽວຂ້ອງຕ່າງໆ ຜູ່​ຊ່ຽວຊານ​ແລະ​ນັກປາດ​​ເປັນຕົ້ນກໍ່ຈະ​ໄດ້​ຮັບເຊີນ​ເຂົ້ານັ່ງ​ຟັງ​​ໃນ​ການ​ຕັດສິນ.

ການ​ເຊີນ​ຜູ່​ຕາງຫນ້າ​ຂອງ​ຕ່າງປະ​ເທດ​ເຂົ້ານັ່ງ​ຟັງ​ການ​ຕັດສິນຄະດີ​ກ່ຽວ​ກັບ​ສິດຊັບ​ສິນ​ທາງ​ປັນຍາ​​ໃຫ້​ເປັນ​ລະບອບ,​ແມ່ນ​ເທື່ອ​ທຳ​ອິດ​ຢູ່​ຈີນ.ຕາມ​ການ​ແນະນຳ​ວ່າ, ການ​ປະຕິບັດ​ລະບອບ​ຕັດສິນຄະດີ​ສິດ​ຊັບ​ສິນ​ທາງ​ປັນຍາ​ຢ່າງ​ເປີດ​ເຜີຍ,ຈະ​ເລືອກ​ເອົາ​ຄະດີ​ລ່ວງ​ລະ​ເມີດ​ສິດ​ຊັບ​ສິນ​ທາງ​ປັນຍາ​ທີ່ມີຜົນ​ສະທ້ອນ​​ແຮງ​ຂໍ້​ມູນ​ສຳຄັນ​ໃນ​ການ​ຕັດສິນ​ປະກາດຕາມ​ສື່​ມວນ​ຊົນ,​ເພື່ອ​ເພີ່ມ​ຄວາມ​ໂປ່​ງ​ໃສ​​ໃນ​ການ​ປະຕິບັດ​ກົດຫມາຍ​ປ້ອງ​ກັນ​ສິດ​ຊັບ​ສິນ​ທາງ​ປັນຍາ.