ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-06 12:57:46    
ອາ​ເມ​ລິ​ກາ​ບໍ່​ປະ​ຕິ​ເສດ​ຄວາມ​ອາດ​ເປັນ​ໄປ​ໄດ້​ທີ່​ເຈ​ລະ​ຈາ​ກັບ​ອີ​ຣານ​ໂດຍ​ກົງ​ກ່ຽວ​ກັບ​ບັນ​ຫາ​ອີ​ຣັກ

cri Author: shuo
ຕາມ​ຂ່າວCRI:ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ5​ເມສາ​ນີ້,​ທ່ານຊີນ ​​ແມັກ​ໂຄ​ມັກ ​ໂຄ​ສົກ​ກະ​ຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກ່າວ​ວ່າ,​ໃນ​ກອງ​ປ​ະຊຸມ​ສາກົນ​ກ່ຽວກັບ​ບັນ​ຫາ​ອີ​ຣັກ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ໜ້າ,​ທ່ານ​ນາງ​ຄອນ​ໂດ​ລີ​ຊາ ​ໄລ​ສ໌ ລັດຖະມົນຕີ​ວ່າການ​ກະ​ຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ບໍ່​ປະ​ຕິ​ເສດ​ຄວາມ​ອາດ​ເປັນ​ໄປ​ໄດ້​ທີ່​ຈະ​ເຈລະຈາ​ກັບ​ເຈົ້າ​ໜ້າ​ທີ່​ອີຣານ​ໂດຍກົງ.​ແຕ່​ຈະ​ເຈ​ລະ​ຈາ​ແຕ່​ບັນຫາ​ອີຣັກທໍ່​ນັ້ນ,ຈະ​ບໍ່​ກ່ຽວພັນ​ເຖິງ​ບັນຫາ​ນິວ​ເຄຼ​ຍຂອງ​ອີ​ຣານ.

​ໃນ​ມື້​ດຽວ​ກັນ,ພາຍຫຼັງພົບ​ປະກັບ​ທ່ານ​ໂຮ​ສນີ ມູບາຣັກ ປະທານາທິບໍດີ​ເອຢິບ​ຢູ່​ເມືອງ​ຊາມ ​ເອນ ​ເຊ​ອິກ​ຂອງ​​ເອ​ຢິບ,​ທ່ານ​ວິ​ລຽມ ຟາ​ລົນ ຜູ້​ບັນຊາ​ການ​ຂອງ​ກອງ​ບັນ​ຊາ​ການ​ສູນ​ກາງ​ອາ​ເມ​ລິ​ກາ​ທີ່​ຮັບ​ຜິດ​ຊອບ​ວຽກ​ງານ​ເຂດ​ຕາ​ເວັນ​ອອກ​ກາງຂອງ​ກອງ​ທະ​ຫານ​ອາ​ເມ​ລິ​ກາ​ກ່າວ​ວ່າ,​ບັນ​ຫາ​ນິວ​ເຄຼຍ​ຂອງ​ອີ​ຣານ​ຄວນ​ແກ້​ໄຂ​ໂດຍ​ຜ່ານ​ຊ່ອງ​ທາງ​ການ​ຕ່າງ​ປະ​ເທດ,​ອາ​ເມ​ລິ​ກາ​ຈະ​ບໍ່​ໂຈມ​ຕີ​ອີ​ຣານ​ໃນ​ໄວໆ​ນີ້.