ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-07 19:14:21    
ອາ​ເມ​ລິ​ກາ​ສະ​ໜັບ​ສະ​ໜູນ​ຍ້າຍ​ເງິນ​ສ.ປ.ປ.​ເກົາ​ຫຼີ​ທີ່​ຖືກ​ງົດ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 6 ​ເມສາ​ນີ້,ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ​ອອກ​ຖະ​ແຫຼ​ງການ​ວ່າ,ອາ​ເມ​ລິ​ກາ​ສະໜັບ​ສະໜູນ​ຍ້າຍ​ເງິນ 25 ລ້ານ​ໂດ​ລາຂອງ​ສ.ປ.ປ.​ເກົາຫຼີທີ່​ຖືກ​ງົດ​ຢູ່​ທະນາຄານ​ເດ​ວຕາ​ອາຊີ​ມາ​ກາວ.

ຖະ​ແຫຼງ​ການ​ກ່າວ​ວ່າ,ອາ​ເມ​ລິ​ກາ​ຍິນ​ດີ​ຊ່ວຍ​ເຫຼືອ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ມາ​ກາວ​ຍ້າຍ​ເງິນ​ກ້ອນ​ນີ້,​ແຕ່​ສ.ປ.ປ.​ເກົາ​ຫຼີ​ຄວນ​ຮັບປະກັນ​ໃຊ້​ເງິນ​ກ້ອນ​ນີ້ເຂົ້າ​ໃນ​ດ້ານມະ​ນຸດສະ​ທຳ​ທີ່​ສາ​ມາດ​ເຮັດ​ໃຫ້​ປະຊາ​ຊົນ​ສ.ປ.ປ.​ເກົາຫຼີ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດພາຍຫຼັງ​ຖືກ​ຍ້າຍ​ແລ້ວ.

ມື້​ດຽວ​ກັນ,ທ່ານ​ຊີ​ນ ​ເມັກ​ໂຄ​ມາກ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ກໍ່​ກ່າວ​ວ່າ,ພາຍ​ຫຼັງ​ໄດ້ຫາລື​ກັນ​ກັບປະ​ເທດ​ທີ່​ກ່ຽວຂ້ອງ​ແລ້ວ,ອາ​ເມ​ລິ​ກາ​ເຫັນ​ວ່າ,​ໄດ້​ມີ​ວິທີ​ຍ້າຍ​ເງິນຂອງ​ສ.ປ.ປ.​ເກົາຫຼີ​ທີ່​ຖືກ​ງົດໃຕ້​ເງື່ອນ​ໄຂ​ເບື້ອງ​ຕົ້ນ​ທີ່​ເຄົາ​ລົບ​ກົດໝາຍ​ທະນາຄານ​ສາກົນ.​ແຕ່​ທ່ານ​ບໍ່​ໄດ້​ອະທິ​ບາຍ​ຢ່າງ​ລະອຽດ​ຕໍ່​ເລື່ອງ​ນີ້.