ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-08 17:55:58    
ເຈົ້າ​ໜ້າ​ທີ່​ປາ​ເລັສ​ຕີນ​ແລະ​ອິສ​ຣາ​ແອນ​ກ່າວ​ວ່າ ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃນ​ບັນຫາ​ແລກ​ປ່ຽນ​ຜູ້​ຖືກ​ກັກ​ຂັງ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 7 ​ເມສາ​ນີ້,​ເຈົ້າ​ໜ້າ​ທີ່​ອິສຣາ​ແອນ​ແລະ​ປາ​ເລັສຕີນ​ກ່າວ​ວ່າ,ສອງ​ຝ່າຍ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃນ​ບັນຫາ​ແລ​ກປ່ຽນ​ຜູ້​ຖືກ​ກັກ​ຂັງ.

ມື້​ດຽວ​ກັນ,ທ່ານ​ມຸສທາ​ຟາ ບາຣກູ​ທີ ລັດຖະມົນຕີ​ວ່າການ​ກະຊວງ​ຂໍ້​ມູນ​ຂ່າວສານ​ປາ​ເລັສຕີນ​ກ່າວ​ວ່າ,​ເອຢິບ​ໄດ້​ມອບ​ເງື່ອນ​ໄຂ​ຂອງ​ອົງ​ການ​ປະກອບ​ອາວຸດ​ປາ​ເລັສຕີນ​ທີ່​ປ່ອຍ​ຕົວ​ທ້າວ​ກິລາ​ດ ຊາ​ລິດ ທະ​ຫານ​ອິສຣາ​ແອນ​ທີ່​ຖືກ​ລັກ​ພາ​ຕົວນັ້ນ​​ໃຫ້​ອິສຣາ​ແອນ​ຊາບ.ອົງການ​ປະກອບ​ອາວຸດ​ປາ​ເລັສຕີນ​ໄດ້​ສະ​​ເໜີ​ບັນຊີ​ລາຍ​ຊື່​ຂອງ​ຊາວ​ປາ​ເລັສຕີນ​ທີ່​ເຂົາ​ເຈົ້າ​ຮຽກຮ້ອງ​ໃຫ້​ປ່ອຍ​ຕົວ.

ວັນ​ທີ 7 ​ເມສາ​ນີ້,​ເຈົ້າ​ໜ້າ​ທີ່​ອິສຣາ​ແອນ​ກໍ່​ໄດ້​ຢືນ​ຢັນ​ຕໍ່​ໜັງສືພິມ"ຮາ​ອາ​ເຣດສ໌"ວ່າ,​ໃນ​ການ​ເຈລະຈາ​ກ່ຽວ​ກັບ​ການ​ແລກປ່ຽນ​ຜູ້​ຖືກ​ກັກ​ຂັງ,ປາ​​ເລັສຕີນກັບ​ອິສຣາ​ແອນ​ໄດ້​ຮັບ​ຄວາມ​ຄືບໜ້າ,​ແຕ່​ຖ້າ​ຢາກ​ເຊັນ​ສັນຍາ​ຂັ້ນສຸດ​ທ້າຍ,ສອງ​ຝ່າຍຍັງ​ຕ້ອງ​ການ​ເວລາ​ດົນ​ນານ.