ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-09 15:48:43    
ສຳ​ນັກ​ງານ​ໃຫຍ່​ສະ​ຖາ​ບັນ​ຂົງ​ຈື້​ສ້າງ​ຕັ້ງ​ຂຶ້ນ​ຢູ່​ປັກ​ກິ່ງ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 9 ​ເມສາ​ນີ້,ຢູ່​ປັກ​ກິ່ງ,ສຳນັກງານ​ໃຫຍ່​ສະ​ຖາ​ບັນ​ຂົງຈື້​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ.​ໃນ​ຕໍ່ໜ້າ​ນີ້,ອົງການ​ດັ່ງກ່າວ​ຈະ​ເຮັດ​ໃຫ້​ມາດຖານການ​ສຶກສາ​ຂອງ​ອົງການ​ສອນ​ພາສາ​ຈີນ​ຮ້ອຍ​ກວ່າ​ແຫ່ງ​ທີ່​ສັງກັດ​ອົງການ​ນີ້​​ເຂົ້າ​ສູ່​ລະບົບ​ກວ່າ​ເກົ່າ,ຍົກ​ລະດັບການສອນ​ພາສາ​ຈີນ​ໃຫ້​ສູງ​ຂຶ້ນ,ອຳນວຍ​ການ​ບໍລິການ​ທີ່​ມີ​ຄຸນ​ນະພາ​ບດີກ​ວ່າ​ເກົ່າ​ໃກ້​ແກ່​ຜູ້​ຮຽນ​ພາສາ​ຈີນຂອງ​ຕ່າງປະ​ເທດ.

ຄຽງຄູ່​ກັບ​ການ​ໄປມາຫາສູ່​ກັນ​ລະຫວ່າງ​ຈີນ​ກັບປະ​ເທດ​ຕ່າງໆ​ໃນ​ໂລກ​ນັບ​ມື້​ນັບ​ກວ້າງຂວາງ​ແລະ​ເລິກ​ເຊິ່ງ,ຄວາມ​ຕ້ອງ​ການ​ຮຽນ​ພາສາ​ຈີນ​ຂອງ​ຕ່າງປະ​ເທດ​ກໍ່​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໄວວາ.ປີ 2004,ຈີນ​ເລີ່​ມສ້າງ​ອົງ​ການ​ສອນ​ພາສາ​ຈີນຄື​ສະ​ຖາ​ບັນ​ຂົງຈື້​ຢູ່​ຕ່າງປະ​ເທດ.ນັບ​ມາ​ຮອດ​ປະຈຸ​ບັນ,​ໄດ້​ມີ​ສະ​ຖາ​ບັນ​ຂົງຈື້ 140 ກວ່າ​ແຫ່ງ​ສ້າງ​ຕັ້ງ​ຂຶ້ນ​ຢູ່ 50 ກວ່າ​ປະ​ເທດ​ແລະ​ເຂດ​ແຄ້ວນ.