ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-09 20:31:37    
ເຈົ້າ​ຍິງ​ໄທ​ຊົງ​ກ່າວ​ວ່າ​ການ​ພັດ​ທະ​ນາ​ຢ່າງ​ວ່ອງ​ໄວ​ຂອງ​ຕິ​ເບ​ດ​ໄດ້​ສ້າງ​ພາບ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ໃຫ້​ແກ່​ພະ​ອົງ

cri

ຕາມ​ຂ່າວສານ​ຊິນ​ຮວາ,​ເຈົ້າ​ຍິງ​ມະ​ຫາ​ຈັກ​ກຼີ​ສິ​ລິນ​ທອນ ​ທີ່​ຊົງ​ປະ​ທັບ​ລົດ​ໄຟ​ສາຍ​ຊິງ​ຫາຍ​ຕິ​ເບດ​ໄປ​ຮອດ​ເຂດ​ຕິ​ເບດ​ນັ້ນ​ຊົງ​ກ່າວ​ວ່າ,​ການ​ໄປ​ຢ້ຽມ​ຢາມ​ເຂດ​ຕິ​ເບດ​ອີກ​ເທື່ອ​ໜຶ່ງ,​ມີ​ຄວາມ​ຮູ້​ສຶກ​ທີ່​ເລິກ​ເຊິ່ງ​ກວ່າ​ໝູ່​ນີ້​ກໍ​ແມ່ນ​ດ້ານ​ຕ່າງໆ​ຂອງ​ເຂດ​ຕິ​ເບ​ດ​ໄດ້​ພັດ​ທະ​ນາ​ວ່ອງ​ໄວ​ຫຼາຍ.

ເຈົ້າ​ຍິງ​ສິ​ລິນ​ທອນ​ຊົງ​ໄດ້​ເດີນທາງ​ໄປ​ຮອດ ລາຊາ​ເທດ​ສະ​ບານ​ເຂດ​ຕິ​ເບດ​ໃນ​ຕອນ​ຄ່ຳ​ວັນ​ທີ7​ເມສາ​ນີ້,ມື້​ຕໍ່​ມາ,​​ເຈົ້າ​ຍິງໄດ້​ຢ້ຽມ​ຊົມ​ວັງ​ພະ​ບຸດ​ດາລາ ດິນ​ທາມ​ລາ​ລູ ວັດ​ຕ້າ​ຈ່າວ​ແລະ​ອື່ນໆ.​ໃນ​ເວລາ​ຊົງ​ພົບ​ປະ​ກັບ​ທ່ານ​ອູ​ອິງ​ເຈ ຮອງ​ປະ​ທານ​ເຂດ​ປົກ​ຄອງ​ຕົນ​ເອງ​ຕິ​ເບ​ດຢູ່​ລາ​ຊາ​ໃນ​ວັນ​ທີ8​ເມສາ​ນີ້,​ເຈົ້າ​ຍິງ​ສິ​ລິນ​ທອນ​ຊົງ​ກ່າວ​ຄວາມ​ຮູ້​ສຶກ​ພາຍ​ຫຼັງ​ການ​ຢ້ຽມ​ຢາມ​ເປັນ​ເວ​ລາ​ມື້ໜຶ່ງ.

ທ່ານ​ອູ​ອິງ​ເຈ​ກ່າວ​ວ່າ,​ເຈົ້າ​ຍິງ​ສິ​ລິນ​ທອນ​ໄດ້​ມາ​ຢ້ຽມ​ຢາມ​ຕິ​ເບ​ດ​ໃນ​ປີ​2001,​ແລະ​ໄດ້​ຂຽນປຶ້ມ​ທີ່​ພາດ​ຫົວ​ເລື່ອງ​ວ່າ​ທ່ຽວ​ພູ​ພຽງ​ຊິງ​ຫາຍ​ຕິ​ເບ​ດ,ອັນ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຊຸກ​ຍູ້​ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ​ປະ​ຊ່າ​ຊົນ​ຈີນ​ກັບປະ​ຊາ​ຊົນ​ໄທ.​ຫວັງ​ວ່າ,​ເຈົ້າ​ຍິງ​ສິ​ລິນ​ທອນ​ຈະ​ສະ​ເໜີ​ສິ່ງ​ທີ່​ໄດ້​ຮູ້​ໄດ້​ເຫັນ​ໃນ​ການ​ຢ້ຽມຢາມ​ເທື່ອ​ນີ້​ໃຫ້​ປະ​ຊາ​ຊົນ​ໄທ​ຊາບ,​ແນະນຳ​ຄວາມ​ຮູ້​ສຶກ​ຕໍ່​ທາງ​ລົດ​ໄຟ​ຊິງ​ຫາຍ​ຕິ​ເບດ​ໄປ​ສູ່​ປະ​ຊາ​ຊົນ​ທົ່ວ​ໂລກ.