|
 |
(GMT+08:00)
2007-04-13 13:55:29
|
 |
ກອງປະຊຸມອະທິໄອຍະການຂອງຈີນແລະປະເທດພາຄີອາຊຽນຄັ້ງທີ4ໄດ້ຮັບໝາກຜົນອຸດົມສົມບູນ
cri
Author: shuo
ຕາມຂ່າວCRI:ວັນທີ12ເມສານີ້,ກອງປະຊຸມອະທິໄອຍະການຂອງຈີນແລະອາຊຽນຄັ້ງທີ4ທີ່ຈັດຂຶ້ນຢູ່ມາກາວໄດ້ອັດລົງແລ້ວ.ສອງມື້ມານີ້,ຜູ້ແທນທີ່ຮ່ວມປະຊຸມໄດ້ປຶກສາຫາລືກັນຢ່າງເລິກເຊິ່ງແລະແລກປ່ຽນຄວາມເຫັນກັນຢ່າງກວ້າງຂວາງໂດຍໝູນອ້ອມຫົວຂໍ້ທີ່ວ່າ"ຮ່ວມມືກັນໂດຍກົງເພື່ອໂຈມຕີການຕ້ອງໂທດຂ້າມຊາດແລະຂ້າມພາກພື້ນ".
ຜູ້ແທນທີ່ຮ່ວມປະຊຸມເຫັນເປັນເອກະສັນກັນວ່າ,ປະຈຸບັນ,ໃຕ້ເບື້ອງຫຼັງທີ່ເສດຖະກິດໂລກາວິວັດແລະວິທະຍາສາດເຕັກນິກນັບມື້ນັບກ້າວໜ້ານັ້ນ,ການຕ້ອງໂທດຂ້າມຊາດໄດ້ຂົ່ມຂູ່ສະຖຽນລະພາບແລະການພັດທະນາຂອງໂລກແລະຂອງພາກພື້ນຢ່າງໜັກໜ່ວງ.ຜູ້ແທນທັງຫຼາຍເອົາໃຈໃສ່ນຳການຮ່ວມມືເຊິ່ງກັນແລະກັນໃນລະດັບສູງ,ແລະໄດ້ເຈລະຈາກັນຢ່າງຈິງໃຈກ່ຽວກັບເຮັດແນວໃດເພື່ອພ້ອມກັນໂຈມຕີການຕ້ອງໂທດຂ້າມຊາດ,ແລະໄດ້ແນະນຳບົດຮຽນທີ່ມີຜົນດີຢ່າງຫຼວງຫຼາຍ.
ກອງປະຊຸມອະທິໄອຍະການຂອງຈີນແລະອາຊຽນແມ່ນລິເລີ່ມຈັດຕັ້ງໂດຍອົງການໄອຍະການປະຊາຊົນສູງສຸດຂອງຈີນເມື່ອປີ2004,ໂດຍມີຈຸດປະສົງເພີ່ມທະວີການແລກປ່ຽນແລະຮ່ວມມືກັນລະຫວ່າງອົງການໄອຍະການຂອງຈີນແລະຂອງປະເທດຕ່າງໆໃນອາຊຽນ.
|
|
|