|
 |
(GMT+08:00)
2007-04-14 20:59:46
|
 |
ປະທານລັດຖະສະພາຫວຽດນາມພ້ອມດ້ວຍຄະນະເດີນທາງໄປຮອດນານນີງເຂດກວາງຊີເພື່ອຢ້ຽມຢາມ
cri
Author: shuo
ຕາມຂ່າວສານຊິນຮວາ:ຕອນເຊົ້າວັນທີ14ເມສານີ້,ທ່ານຫງຽນຟູຈົງ ປະທານລັດຖະສະພາຫວຽດນາມໄດ້ນຳພາຄະນະຜູ້ແທນໄດ້ເດີນທາງໄປຮອດເມືອງນານນີງ ເທດສະບານເຂດກວາງຊີຂອງຈີນ,ເພື່ອດຳເນີນການຢ້ຽມຢາມເປັນເວລາສອງມື້.
ໃນໄລຍະຢ້ຽມຢາມ,ທ່ານຫງຽນຟູຈົງຈະພົບປະກັບທ່ານລິວຊີເປົາ ເລຂາທິການຄະນະພັກຂອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ,ແລະຫາລືກັບສະພາປະຊາຊົນຂອງເຂດກວາງຊີ,ຈາກນັ້ນຈະໄປທັດສະນາຈອນແຫ່ງຕ່າງໆ ເຊັ່ນ ສູນປະຊຸມແລະວາງສະແດງສາກົນນານນີງແລະສູນວາງສະແດງເຕັກນິກກະສິກຳທີ່ທັນສະໄໝຂອງກວາງຊີ.
ຫຼາຍປີມານີ້,ເສດຖະກິດການຄ້າຂອງກວາງຊີແລະຫວຽດນາມມີທ່ວງທ່າພັດທະນາຢ່າງແຂງແຮງ,ປີ2006,ມູນຄ່າການຄ້າລະຫວ່າງເຂດກວາງຊີກັບຫວຽດນາມມີເຖິງ1ຕື້500ລ້ານຢວນ,ກວມປະມານ15%ຂອງຍອດມູນຄ່າການຄ້າຈີນກັບຫວຽດນາມ.
ທ່ານຫງຽນຟູຈົງແມ່ນນຳພາຄະນະຜູ້ແທນລັດຖະສະພາຫວຽດນາມເດີນທາງມາຮອດປັກກິ່ງໃນວັນທີ8ເມສານີ້,ເພື່ອຢ້ຽມຢາມສັນຖະວະໄມຕີຈີນຢ່າງເປັນທາງການຕາມຄຳເຊີນຂອງທ່ານອູປ່າງກົວ ປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນ.
|
|
|