ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-15 20:36:30    
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ໄຕ້​ຫວັນ​ບໍ່​ມີ​ຄຸນ​ວຸດ​ທິ​ເຂົ້າ​ຮ່ວມ​ອົງ​ການ​ອະ ນາ​ໄມ​ໂລກ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:​​ວັນ​ທີ15​ເມສາ​ນີ້,​ໃນ​ເວລາ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ບັນຫາ​ທີ່​ວ່າ ​ເຈົ້າ ໜ້າ​ທີ່​ໄຕ້​ຫວັນ​ຮ້ອງ​ຂໍ​ເຂົ້າ​ຮ່ວມ​ອົງ​ການ​ອະ​ນາ​ໄມ​ໂລກ​ໃນ​ນາມ​ໄຕ້​ຫວັນ​ນັ້ນ,​ທ່ານ​ຊິນ​ກ່າງ ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ອົງ​ການ​ອະ​ນາ​ໄມ​ໂລກ​ແມ່ນ​ອົງ​ການ​ວິ​ຊາ​ສະ​​ເພາະ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ທີ່​ມີ​ແຕ່​ປະ​ເທດ​ອະ​ທິ​ປະ​ໄຕ​ຈຶ່ງ​ເຂົ້າ​ຮ່ວມ​ໄດ້.​ໄຕ້​ຫວັນ​ບໍ່​ມີ​ຄຸນ​ວຸດ​ທິ​ຫຍັງ​ເລີຍ​ທີ່​ຈະ​ເຂົ້າ​ຮ່ວມ​ຫຼື​ສະ​ເໜີ​ຄຳ​ຮ້ອງ​ຂໍ​​ເຂົ້າ​ຮ່ວມ.​ຫຼາຍ​ປີ​ມາ​ນີ້,​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ໄດ້​ສະ​ເໜີ​ຍັດ​ຕິ​ກ່ຽວ​ກັບ​​ໄຕ້​ຫວັນ​ຫຼາຍ​ເທື່ອ​​ໃນ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ອະ​ນາ​ໄມ​ໂລກ,​ແຕ່​​ໄດ້​ຫຼົ້ມ​ເຫຼວ​ທຸກ​ເທື່ອ.​ບໍ່​ວ່າ​ເຈົ້າ​ໜ້າ​ທີ່​ໄຕ້​ຫວັນ​ຈະ​ປ່ຽນ​ວິ​ທີ​ແນວ​ໃດ,ກົນ​ອຸ​ບາຍ​ຂອງ​ເຂົາ​ທີ່​ຈະ​ສວຍ​ໃຊ້​ບັນ​ຫາ​ອະ​ນາ​ໄມ​ຮັບ​ໃຊ້​ການ​ເຄື່ອນ​ໄຫວ​ແບ່ງ​ແຍກ​ທີ່​ໃຫ້​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ​ນັ້ນ​ກໍ​ບໍ່​ຫ່ອນ​ສຳ​ເລັດ​ຜົນ​ເດັດ​ຂາດ.