ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-16 15:31:22    
ຈີນ​ຈະ​ຈັດ​ສັບ​ປະ​ດາ​ໂຄ​ສະ​ນາ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນ​ຍາ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 26 ​ເມສາ​ນີ້​ແມ່ນ​ວັນ​ໂຄ​ສະ​ນາ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ຂອງ​ໂລກ.​ເພື່ອ​ລະ​ລຶກ​ວັນ​ດັ່ງ​ກ່າວ,​ໃນ​ທ້າຍ​ເດືອນ​ນີ້,ພາກ​ສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ຈະ​ຈັດສັບປະດາ​ໂຄ​ນະ​ນາ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ.

ຫົວ​ຂໍ້​ຫຼັກ​ຂອງ​ສັບ​ປະ​ດາ​ໂຄສະ​ນາ​ການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ຈີນ​ປີ 2007​ ​ແມ່ນ"ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ,ຊຸກ​ຍູ້ຫົວ​ຄິດ​ປະດິດ​ສ້າງ​​ແລະການ​ພັດທະນາ".

ຕາມ​ເຈົ້າ​ໜ້າ​ທີ່​ທີ່​ກ່ຽວຂ້ອງ​ຂອງ​ຫ້ອງການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ແຫ່ງ​ລັດ​ຈີນ​ແນະນຳ​ວ່າ,ສັບ​ປະດາ​​ໂຄສະນາ​ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 20 ຫາ​ວັນ​ທີ 26 ​ເມສາ​ນີ້.​ໃນສັບປະດາ​ນີ້,ພາກສ່ວນ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ຈະ​ຈັດ​ກິດຈະກຳຕ່າງໆ​ເຊັ່ນງານ​ວາງສະ​ແດງ​ແລະ​ເວທີ​ປາ​ໄສ​ທີ່​ກ່ຽວ​ຂ້ອງ​ພ້ອມ​ດ້ວຍ​ການ​ໂຮມ​ສູນ​ທັບ​ມ້າງຜະ​ລິດ​ຕະພັນ​ປອມ,​ແນະນຳ​ທິດ​ທາງນະ​ໂຍບາຍ ກົດ​ໝາຍ​ກົດ​ລະບຽບ​ແລະ​ຄວາມ​ຄືບ​ໜ້າ​ຂອງ​ວຽກ​ງານ​ທີ່​ກ່ຽວຂ້ອງ​ໃນການ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ຈີນ,​ພ້ອມ​ດ້ວຍ​ບົດຮຽນ​ທີ່​ກ້າວໜ້າ​ຂອງ​ປະ​ເທດ​ອື່ນ​ໃນ​ດ້ານປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ຕໍ່ປະ​ຊາ​ຊົນ,​ແລ້ວ​ຍົກ​ສະຕິ​ປົກ​ປ້ອງ​ສິດ​ຊັບ​ສິນ​ທາງ​ປັນຍາ​ຂອງ​ປະຊາຊົນ​ແລະ​ວິ​ສາ​ຫະກິດ​ຈີນ​ໃຫ້​ສູງ​ຂຶ້ນ​ຕື່ມ​ອີກ.