ຈີນໄດ້ມີຖານະທີ່ເປັນປະເທດທີ່ຜະລິດລົດຍົນຫຼາຍຢ່າງແນ່ນອນ
cri
Author: m
ຕາມຂ່າວສານຊິ່ນຮວາ: ວັນທີ 16 ເມສານີ້, ຢູ່ທີ່ປັກກິ່ງ, ທ່ານຈ່າງກົວປາວ, ຮອງປະທານຄະນະກຳມະການການພັດທະນາແລະການປະຕິຮູບແຫ່ງລັດຈີນກ່າວວ່າ, ເມື່ອໄດ້ເຂົ້າຮ່ວມອົງການການຄ້າໂລກແລ້ວ, ການຜະລິດແລະຈຳໜ່າຍລົດຂອງຈີນໄດ້ກ້າວເຂົ້າໃນໄລຍະເຕີບໂຕຢ່າງວ່ອງໄວ, ສະນັ້ນ, ຈຶ່ງໄດ້ມີຖານະເປັນປະເທດຜະລິດລົດຫຼາຍຢ່າງແນ່ນອນແລ້ວ.
ທ່ານຈ່າງກົວປາວເວົ້າວ່າ, ໃນ 5 ປີແຕ່ຈີນເຂົ້າຮ່ວມອົງການການຄ້າໂລກມານີ້, ອຸດສາຫະກຳລົດຍົນຂອງຈີນໄດ້ທົນຕໍ່ການທົດສອບ, ແລະໄດ້ສ້າງຜົນງານອັນພົ້ນເດັ່ນທີ່ຜະລິດແລະຈຳໜ່າຍເພີ່ມຂຶ້ນປີລະລ້ານຄັນ. ຄຽງຄູ່ກັບຕະຫຼາດລົດຍົນພາຍໃນປະເທດພັດທະນາຢ່າງວ່ອງໄວນັ້ນ, ໃນຫຼາຍປີມານີ້, ຈີນກໍ່ໄດ້ສົ່ງລົດຍົນອອກຂາຍຕ່າງປະເທດເພີ່ມຂຶ້ນຢ່າງວ່ອງໄວ, ປີກາຍນີ້, ລົດຍົນແລະຊິ້ນສ່ວນລົດຍົນຂອງຈີນຂາອອກຫຼາຍກວ່າຂາເຂົ້າ 2 ຕື້ 200 ລ້ານໂດລາ. ນີ້ສະແດງໃຫ້ເຫັນວ່າ, ລົດຍົນຂອງຈີນໄດ້ເຂົ້າສູ່ຕະຫຼາດສາກົນຢ່າງແທ້ຈິງ.
ຕາມສະມາຄົມອຸດສາຫະກຳລົດຍົນຈີນຄາດຄະເນວ່າ, ປີນີ້, ຈຳນວນລົດຍົນທີ່ຜະລິດໃນທົ່ວປະເທດມີຫວັງຈະບັນລຸ 8 ລ້ານ 5 ແສນຄັນ, ຫຼາຍກວ່າປີກາຍນີ້ 15%.
|
|