ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-18 18:45:57    
ຂະ​ບວນ​ລົດ​ຂອງ​ກິດ​ຈະ​ກຳ​ວິທະຍຸ​ກະ​ຈາ​ຍສຽງ​ແລະ​ໂທ​ລະ​ພາບ​ຮ່ວມ ສຳ​ພາດ​ຂະ​ໜາດ​ໃຫຍ່​ທີ່​ມີ​ຊື່ວ່າ "ການ​ທ່ອງ​ທ່ຽວ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ" ຈະ​ອອກ​ເດີນ​ທາງ​ໃນ​ໄວໆ​ນີ້

cri Author: m
ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ວຽກ​ງານ​ກະກຽມ​ຕ່າງໆ​ຂອງ ກິດຈະກຳ​ວິທະຍຸ​ກະ​ຈາ​ຍສຽງ​ແລະ​ໂທລະພາບຮ່ວມ​ກັນ​ສຳພາດຂະໜາດ​ໃຫຍ່​ທີ່​ມີ​ວ່າ "ການ ທ່ອງທ່ຽວແຫ່ງ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ອາຊ​ຽນ"​ ​ໄດ້​ກຽມພ້ອມ​​​​ແລ້ວໃນ​ຂັ້ນ​ພື້ນຖານ​, ​ແລະ​ຈະ​ເລີ່​ມດຳ​ເນີນ​ໃນ​ວັນ​ທີ 24 ​ເມສາ​ນີ້. ຕອນ​ບ່າຍວັນ​ທີ 18 ​ເມສາ​ນີ້, ຝ່າຍ​ຈັດກິດຈະ​ກຳ​ໄດ້​ຈັດ​ງານຖະ​ແຫຼງຂ່າວ​ຢູ່​ປັກ​ກິ່ງ. ຕໍ່​ໄປ, ​ເຊີນ​ຟັງ​ການ​ລາຍ​ງານຂ່າວ​ທີ່​ນັກ​ຂ່າວ​ວິທະຍຸ​ພວກ​ເຮົາ​ສົ່ງ​ມາ.

ກິດຈະກຳ​ວິທະຍຸ​ກະ​ຈາ​ຍສຽງ​ແລະ​ໂທລະພາບຮ່ວມ​ກັນສຳພາດຢ່າງ​ຂະ ໜາດ​ໃຫຍ່​ກ່ຽວ​ກັບ "ການທ່ອງທ່ຽວ​​ຮ່ວມ​ມື​ກັນລະຫວ່າງ​ຈີນ​ກັບ​ອາຊຽນ"​ ​ແມ່ນ​ຈັດ​ຂຶ້ນ​ໂດຍ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ, ກົມ​ວິທະຍຸ​ກະ​ຈາ​ຍສຽງ​ຮູບ​ເງົາ​ແລະ​ໂທລະພາບ​ເຂດປົກຄອງ​ຕົນ​ເອງກວາງຊີ​​ເຜົ່າ​ຈ້ວງ​, ​ແລະ​ໂທລະພາບ PHTV ຂອງ​ຮົງ​ກົງ, ກ່ຽວ​ພັນ​ເຖິງ​ຈີນ​ແລະ 10 ປະ​ເທດ​ອາຊ​ຽນ, ຈະດຳ​ເນີນ​​ໄປເປັນ​ເວລາ 50 ມື້, ​ໄລຍະທາງ 2 ໝື່ນ​ກິ​ໂລ​ແມັດ. ວັນ​ທີ 10 ຮອດ​ວັນ​ທີ 12 ​ເດືອນ​ໜ້າ, ຂະ​ບວນລົດຈະ​ເດີນທາງ​​ໄປຮອດ​ລາວ​ແລະ​ດຳ​ເນີນ​ການ​ສຳພາດ.

​ໃນງານຖະ​ແຫຼງຂ່າວ, ທ່ານ​ວາງ​ເກີ່​ນນຽນ ຫົວໜ້າ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ກັບ​ອາຊ​ຽນ​ແມ່ນ​ປະ​ເທດ​​ບ້ານ​ໃກ້​ເຮືອນຄ​ຽງທີ່​ມີ​ໄມຕີ​ຈິດ​ຕໍ່​ກັນ​ສອງ​ປະ​ເທດມີ​ສາຍພູ​​ແລະ​ແມ່ນ້ຳ​ຕິດ​ຈອດ​ກັນ, ທັງແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ທີ່​ສຳຄັນ. ຈຸດປະສົງ​ຂອງ​ກິດຈະກຳ​ເທື່ອ​ນີ້​ແມ່ນ​ເພື່ອ​ຊຸກ​ຍູ້​ໃຫ້ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​​ໂຫຍ​ດລະຫວ່າງ​ຈີນ​ກັບ​ອາຊ​ຽນ​ໃຫ້​ພັດທະນາ​ກ້າວສູ່​ລວງ​ເລິກ, ສ້າງ​ບັນຍາກາດສາກົນ​ອັນ​ດີງາມ, ​ແລະຊຸກ​ຍູ້​ການ​ສ້າງ​ໂລກທີ່​ກົມກຽວ​ກັນ.

ກ່ຽວ​ກັບ​ເນື້ອ​ໃນ​ຕ່າງໆ​ຂອງ​ກິດຈະກຳ​ເທື່ອ​ນີ້, ​​ເຊີນ​ທ່ານ​ເຂົ້າ​ຊົມ​ໃນ​ເວັບ​ໃຊຂອງ​ພວກ​ເຮົາຫຼັງຈາກ​ວັນ​ທີ 24 ​​ເດືອນ​ນີ້, ຄື: laos.cri.cn