ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-18 20:49:39    
ທ່ານ​ອາລີ ປະ​ທາ​ນາ​ທິ​ບໍ​ດີ​ຕຸຍ​ນີ​ຊີ​ພົບ​ປະ​ທານ​ເຈຍ​ຊິ້ງ​ລິນ

cri Author: m
ຕາມ​ຂ່າວ CRI: ວັນ​ທີ 18 ​ເມສາ​ນີ້, ຢູ່​ເມືອງ​ຕຸ​ຍນີສ, ທ່ານ​ເບັນ ອາລີ ປະທາ​ນາທິ​ບໍດີ​ຕຸຍ​ນີຊີ​ໄດ້ພົບ​ປະທ່ານ​ເຈຍ​ຊິ້ງລິນ ປະທານ​ສະພາ​ເປິກສາ​ການ​ເມືອງ​ປະຊາຊົນ​ຈີນ​ທີ່​ໄປ​ຢ້ຽມຢາມ.

ທ່ານ​ເຈຍ​ຊິ້ງລິນ​ກ່າວ​ວ່າ, ​ໃນ​ໄລຍະ​ກ​ອງປະຊຸມ​ສຸດ​ຍອດ​ປັກ​ກິ່ງ​ຂອງເວທີ​ປາ​ໄສ​ການຮ່ວມ​ມື​ຈີນ​ອາ​ຝຼິກາ, ຈີນ​​ໄດ້ປະກາດ ​ນະ​ໂຍບາຍ​ແລະ​ມາດ​ຕະການ 8 ຢ່າງ​ທີ່​ສະໜັບ​ສະໜູນ​ການ​ພັດທະນາ​ຂອງ​ປະ​ເທດ​ອາ​ຝຼິກາ. ຝ່າຍ​ຈີນ​ຍິນ​ດີ​ປະຕິບັດ​ມາດ​ຕະການ​ເຫຼົ່ານີ້​ພ້ອມ​ກັນ​ກັບປະ​ເທດ​ອາ​ຝຼິກາ​ເຊິ່ງ​ລວມທັງ​ຕຸຍ​ນີຊີ, ປະກອບ​ສ່ວນ​ເພື່ອ​ໃຫ້​ປະ​ເທດ​ອາ​ຝຼິກາ​​ພັດທະນາ.

ເມື່ອ​ເວົ້າ​ເຖິງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ທ່ານ​​ເຈຍ​ຊິ້ງລິນ​ກ່າ​ວວ່າ, ຫວັງ​ໃຫ້​ສອງ​ຝ່າຍ​ຮັກສາ​ການ​ໄປ​ມາຫາ​ສູ່​ລະຫວ່າງ​ຜູ້ນຳ​ຊັ້ນ​ສູງ, ປະຕິບັດ​ເອກະສານ​ຮ່ວມມື​ກັນ​ຕ່າງໆ, ຊຸກ​ຍູ້​ການ​ຂະຫຍາຍ​ການ​ພົວພັນ​ເສດຖະກິດ​ການ​ຄ້າ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ໃນ​ດ້ານ​ການ​ທ່ອງທ່ຽວ.

ທ່ານ​ອາ​ລີ​ກ່າວ​ຢ້ຳວ່າ, ລັດ​ຖະບານ​ຕຸຍ​ນີຊີ​ຈະ​ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍ​ຈີນ​ດຽວ.