ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-19 18:41:26    
ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ​, ຫຼັກ​ໝັ້ນ​ຂອງ​ຝ່າຍ​ຈີນ​ໃນ​ບັນ​ຫາ​ການ​ປະ​ຕິ​ຮູບ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ບໍ່​ມີ​ການ​ປ່ຽນ​ແປງ

cri Author: m
ຕາມ​ຂ່າວສານຊິ່ນ​ຮວາ: ວັນ​ທີ 19 ​ເມສານີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ລິວ​ຈ້ຽນຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທ​ດຈີນ​ກ່າວ​ວ່າ, ຫຼັກໝັ້ນ​​ຂອງຝ່າຍ​ຈີນໃນ​ບັນຫາ​ການປະຕິ​ຮູບ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະ​ຊາ​ຊາດ​ບໍ່​ມີ​ການ​ປ່ຽນ​ແປງ. ຝ່າຍ​ຈີນ​ຄັດຄ້ານ​ການ​ຂືນ​ປະຕິບັດ​ແຜນການ​ປະຕິ​ຮູບ​​ໃດໆທີ່​ຍັງ​ມີ​ຄວາມ​ເຫັນ​ຂັດ​ແຍ່ງ​ກັນ​​ຫຼາຍ.

ທ່ານ​ລິວ​ຈ້ຽນຊ່າວ​ກ່າວວ່າ, ຝ່າຍ​ຈີນ​ສະໜັບ​ສະໜູນ​ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ​ດຳ​ເນີນ​ການ​ປະຕິ​ຮູບ​ທີ່​ຈຳ​ເປັນ​ແລະ​ສົມ​ເຫດ​ສົມ​ຜົນ, ປະ​ຈຸ​ບັນ, ຝ່າຍ​ຕ່າງໆ​ຍັງ​ມີ​ຄວາມ​​ເຫັນຂັດ​ແຍ່ງ​ກັນ​ຢ່າງ​ເລິກ​ເຊິ່ງຕໍ່​ເລື່ອງ​ນີ້, ຄວນ​ສືບ​ຕໍ່​ຫາ​ລື​ກັນ​ແບບ​ປະຊາທິປະ​ໄຕ​ຢ່າງ​ເຕັມ​ສ່ວນ​ແລະມີ​ຄວາມ​ອົດທົນ, ຍາດ​ແຍ່ງ​ໃຫ້​ບັນ​ລຸ​ຄວາມ​ເປັນ​ເອກະສັນ​ກັນ, ຊອກ​ຫາ​ວິທີ​ແກ້​ໄຂ​ທີ່​ປະ​ເທດ​ຕ່າງໆ​ລ້ວນ​ແຕ່​ຮັບ​ເອົາ​ໄດ້.