ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-19 18:46:45    
ຝ່າຍ​ຈີນ​ຫວັງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ໃຊ້​ມາດ​ຕະ​ການ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນ​ຫຼາຍ​ກວ່າ​ເກົ່າ​ໃນ​ບັນ​ຫາ​ດາ​ຟູ

cri Author: m
ຕາມ​ຂ່າວ CRI: ວັນ​ທີ 19 ​ເມສາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ລິວ​ຈ້ຽນຊ່າວ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າ​ວວ່າ, ຕໍ່​ບັນຫາ​ດາ​ຟູ​ຊູດັງ, ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ໃນ​ປະ​ຈຸ​ບັນ, ​ຄວນ​ໃຊ້​ມາດ​ຕະ​ການ​ທີ່​ມີ​ລັກສະນະ​ສ້າງສັນ​ຫຼາຍ​ກວ່າ​ເກົ່າ, ​ແຕ່​ບໍ່​ແມ່ນ​ຫາລື​ການ​ລົງ​ໂທດ.

ໃນ​ກອງ​ປະຊຸມ​ນັກຂ່າວ​ທີ່​ຈັດ​ຂຶ້ນ​ເປັນ​ປະຈຳໃນ​ມື້​ດຽວ​ກັນ, ທ່ານ​ລິວ​ຈ້ຽນຊ່າວ​ກ່າ​ວວ່າ, ຫວ່າງ​ມໍ່ໆ​ນີ້, ລັດຖະບານ​ຊູ​ດັງ​ໄດ້​ຮັບ​ເອົາ​ແຜນການ​ໄລຍະ​ທີສອງ​ຂອງ​ການຈັດ​ວາງ​ກອງ​ທະຫານ​ປະສົມ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ແລະ​ສະຫະພັນ​ອາ​ຝຼິກາ​ຢ່າ​ງຮອບດ້ານ, ນີ້​ແມ່ນ​ການ​ຄືບ​ໜ້າ​ອັນ​ຕັ້ງໜ້າ​ທີ່​ສຸດ.​ໃນ​ເວລາ​ທີ່​ມີ​ການ​ຄືບ​ໜ້າ​ອັນ​ຕັ້ງໜ້າ​ແນວ​ນີ້, ບັນດາ​ຝ່າຍ​ຄວນ​ໃຊ້​ມາດ​ຕະການ​ທີ່​ມີ​ລັກສະນະ​ສ້າງສັນ​ຫຼາຍ​ກວ່າ​ເກົ່າ, ຊຸກ​ຍູ້​ໃຫ້​ຄວາມ​​​ເຫັນ​ເປັນ​ເອກະສັນ​ກັນ​ທີ່​ກ່ຽວຂ້ອງ​ໄດ້​ຮັບ​ການ​ປະຕິບັດ​ຕົວ​ຈິງ.