ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-20 18:55:01    
ທູດ​ພິ​ເສດ​ກ່ຽວ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງ​ກ່າວ​ວ່າ, ຈີນ​ໄດ້​ວາງ​ຕົວ​ເປັນ​ຜູ້​ທີ່​ມີ​ທ່າ​ທີ​ຕັ້ງໜ້າ​ແລະ​ທ່ຽງ​ທຳຢູ່​ຕາ​ເວັນ​ອອກ​ກາງ

cri Author: m
ຕາມ​ຂ່າວ CRI: ​ແຕ່ວັນ​ທີ 9 ​ຫາ​ວັນ​ທີ 18 ເມສາ​ນີ້, ທ່ານ​ຊຸ່ນປີ້​ກ້ານ ທູດ​ພິ​ເສດ​ກ່ຽວ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງຂອງ​ຈີນ​ໄດ້​ໄປ​ຢ້ຽມຢາມ​ອາ​ລາ​ບີ​ຊາ​ອູ​ດິດ, ປາ​ເລັສຕິນ​ແລະ​ອິສຣາ​ແອນ, ​ແລະ​ໄດ້​​ຢ້ຽມຢາມ​ສຳນັກງານ​ໃຫຍ່​ສະຫະ​ພາບ​ເອີ​ລົບ. ຕອນ​ບ່າຍ​ວັນ​ທີ 20 ​ເມສານີ້, ຢູ່​ປັກ​ກິ່ງ, ທ່ານ​ໄດ້​ແນະນຳ​ການ​​ໄປ​ຢ້ຽມຢາມຕາ​ເວັນ​ອອກ​ກາງ​ເທື່ອ​ນີ້​ຕໍ່​ນັກ​ຂ່າວ​ຈີນ​ແລະ​ຕ່າງປະ​ເທດ, ​ແລະ​ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ.

ທ່ານ​ຊຸ່ນປີ້ກ້ານເວົ້າ​ວ່າ, ​ເລີ່​ມ​ແຕ່​ຊຸມ​ປີ 1950, ຈີນ​ກໍ່​ໄດ້​ສ້າງ​ການ​ພົວພັນ​ທາງ​ການ​ທູດ​ກັບປະ​ເທດ​ອາຣາບ​ແລ້ວ, ​ແຕ່​ໃດ​ມາ, ຈີນ​ກໍ່​ໄດ້​ສະໜັບ​ສະໜູນ​ພາລະກິດ​ທີ່​ປະຊາຊົນ​ປາ​ເລັສຕິນດຳ​ເນີນ​ເພື່ອ​ຟື້ນ​ຟູ​ສິດ​ຊອບ​ກົດໝາຍ​ຂອງ​ຕົນ. ​ເຖິງ​ວ່າຈີນ​ກັບ​ອິສ​ຣາ​ແອນ​ສ້າງສາ​ຍສຳພັນ​ທາງ​ການ​ທູດ​ບໍ່​ດົນ​ປານ​ໃດ, ​ແຕ່​ການ​ພົວພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຂະຫຍາຍ​ຕົວ​ຢ່າງ​ສະດວກ.

ທ່ານ​ເວົ້າ​ວ່າ, ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກກາງ, ຈີນ​ບໍ່​ມີ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ, ​ແຕ່​ຈີນ​ເອົາ​ໃຈ​ໃສ່​ນຳ​ສັນຕິພາບ​ຂອງ​ພາກ​ພື້ນ​ນີ້ຫຼາຍ. ທ່ານ​ກ່າວ​ເນັ້ນ​ວ່າ, ​ແຕ່​ໃດ​ມາ, ​ຈີນກໍ່​ມີ​ເຈດ​ຈຳນົງ​ໃຫ້​ປະຕິບັດ​ຕາມ​ມະຕິ​ທີ່​ກ່ຽວ​ຂ້ອງ​ຂອງ​ອົງການ​ສະຫະ​ປະຊາ​ຊາດ​ແລະຫຼັກການ "​​ເອົາ​ທີ່​ດິນ​ແລກ​ປ່ຽນ​ສັນຕິພາບ", ແກ້​ໄຂ​ການ​ວິວາດ​ກັນ​ລະຫວ່າງ​ປາ​ເລັສຕິນ​ກັບ​ອິສຣາ​ແອນ​ໂດຍ​ຜ່ານ​ການ​ເຈລະຈາ​ທາງ​ການ​ທູດ​​, ​ແລະ​ໃຫ້​ສອງ​ປະ​ເທດ​ແລະ​ສອງ​ຊາດ​ບັນ​ລຸ​ການ​ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ​​ໃນ​ທີ່​ສຸດ.