|
 |
(GMT+08:00)
2007-04-23 18:41:03
|
 |
ທະນາຄານນິຕິບຸກຄົນຕ່າງປະເທດງວດທຳອິດເລີ່ມສະໜອງການບໍລິການເງິນຢວນໃຫ້ພົນລະເມືອງຈີນ
cri
Author: da
ຕາມຂ່າວສານຊິນຮວາ: ວັນທີ 23 ເມສານີ້ ທະນາຄານນິຕິບຸກຄົນຕ່າງປະເທດງວດທຳອິດທີ່ໄດ້ຮັບການອະນຸມັດຂອງຈີນເລີ່ມສະໜອງການບໍລິການເງິນຢວນໃຫ້ພົນລະເມືອງຈີນ.ນີ້ໝາຍຄວາມມວ່າ ອີງຕາມຄຳໝັ້ນສັນຍາຂອງຈີນຕໍ່ອົງການການຄ້າໂລກ,ທຶນຕ່າງປະເທດໄດ້ເຂົ້າຕະຫຼາດບໍລິການຂາຍຍ່ອຍເງິນຢວນຢ່າງເປັນທາງການແລ້ວ.
ທະນາຄານເຫຼົ່ານີ້ລວມທັງກຸ່ມບໍລິສັດcitigroupInc.ຈຳກັດ ທະນາຄານHSBC ທະນາຄານອາຊີຕາເວັນອອກ ແລະບໍລິສັດທະນາຄານຊາເຕີຈຳກັດ.
ທ່ານຣີຊັດ ສແຕນລີ ຫົວໜ້າຜູ່ປະຕິບັດງານຂອງທະນາຄານcitigroupInc.ກ່າວວ່າ,ການສະໜອງການບໍລິການເງິນຢວນໃຫ້ພົນລະເມືອງຈີນ,ແມ່ນເວລາອັນຫົວລ້ຽວຫົວຕໍ່ຂອງການພັດທະນາຂອງທະນາຄານcitigroup Inc.ຢູ່ຈີນ.
ຜູ່ຮັບຜິດຊອບທີ່ກ່ຽວຂ້ອງຂອງທະນາຄານHSBCກ່າວວ່າ,ທະນາຄານHSBCດີໃຈທີ່ສຸດທີ່ໄດ້ຕ້ອນຮັບເວລາສຳຄັນທີ່ເປີດຕະຫຼາດ.
ປະຈຸບັນ ທະນາຄານນິຕິບຸກຄົນຕ່າງປະເທດສາມາດສະໜອງການບໍລິການດ້ານການເງິນໃຫ້ພົນລະເມືອງຈີນ ເຊິ່ງລວມທັງການຝາກເງິນຢວນຈີນແລະເງິນຕາຕ່າງປະເທດ,ການຢືມເງິນຢວນແລະເງິນຕາຕ່າງປະເທດຈາກທະນາຄານໄປຊື້ເຮືອນດ້ວຍຫຼັກປະກັນ, ການຄຸ້ມຄອງຊັບສິນທີ່ເປັນເງິນຕາຕ່າງປະເທດແລະອື່ນໆ.
|
|
|