ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-25 18:12:48    
ງານ​ມະ​ຫະ​ກຳ​ຈີນ​-​ອາ​ຊຽນ​ເຊີນ​ບໍ​ລິ​ສັດ​ຈັດ​ຊື້​ຂອງ​ຈີນ,​ເປີດ​ກວ້າງ​ການ​ນຳ​ເຂົ້າ​ຈາກ​ອາ​ຊຽນ

cri Author: shuo
ຕາມ​ຂ່າວສານ​ຈີນ:​ໃນ​ກອງ​ປະຊຸມ​ເຈົ້າໜ້າ​ທີ່​ລະດັບສູງ​ຂອງ​ງານ​ມະຫະກຳ​ຈີນ​-​ອາ​ຊຽນ​ຄັ້ງ​ທີ​4​ທີ່​ຫາ​ກໍ​ຈັດ​ຂຶ້ນ,​ທ່ານ​ວາງ​ເລີຍ ຮອງ​ເລ​ຂາ​ທິ​ການ​ຂອງ​ກອງ​ເລ​ຂາ​ງານ​ມະ​ຫະ​ກຳ​ຈີນ​-​ອາ​ຊຽນ​ກ່າວ​ວ່າ,​ເພື່ອ​ຈັດ​ງານ​ໃຫ້​ທັງ​ສອງ​ຝ່າຍ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ນຳ​ກັນ​ຕື່ມ​ອີກ,​ເຮັດ​ໃຫ້​ການ​ຮ່ວມ​ງານ​ຂອງ​ວິ​ສາ​ຫະ​ກິດ​ອາ​ຊຽນ​ໄດ້​ຮັບ​ໝາກ​ຜົນ​ຫຼາຍ​ກວ່າ​ເກົ່າ,​ງານ​ມະ​ຫະ​ກຳ​ຈີນ​-​ອາ​ຊຽນ​ຄັ້ງ​ທີ​4​ຈະ​​ເຊື້ອ​​ເຊີນ​ບໍ​ລິ​ສັດ​ຈັດ​ຊື້​ຂອງ​ຈີນ,​ເພື່ອ​ເປີດ​ກວ້າງ​ການ​ນຳ​ເຂົ້າ​ຈາກ​ອາ​ຊຽນ.

ງານ​ມະຫະກຳ​ຈີນ-ອາ​ຊຽນ​ມີ​ຈຸດ​ປະ​ສົງ​ຊຸກ​ຍູ້​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ,​ແຕ່​ປີ 2004​ມາ​ນີ້​ໄດ້​ຈັດ​ຂຶ້ນ​3​ຄັ້ງ​ຢ່າງ​ສຳ​ເລັດ​ຜົນ​ຢູ່​ເມືອງ​ນານ​ນີງ​ເຂດ​ກວາງ​ຊີ​ຈີນ.​ງານ​ມະ​ຫະ​ກຳ​ຄັ້ງ​ທີ​4​ທີ່​ຈະ​ຈັດ​ຂຶ້ນ​ໃນ​ເ​ດືອນຕຸລາ​ປີ​ນີ້​ຈະ​ມີ​ຫ້ອງ​ວາງ​ສະ​ແດງ​ທີ່​ໄດ້​ມາດ​ຕະ​ຖານ​ສາມ​ພັນ​ຫ້ອງ,​ໃນ​ນັ້ນ​ເປັນ​ຂອງ​ອາຊຽນ1​ພັນ​​ຫ້ອງ.