ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-25 20:40:27    
ການ​ຫາລື​ກັນລະຫວ່າງ​ເຈົ້າ​ໜ້າ​ທີ່ອາວຸ​ໂສຈີນ​-ອາ​ຊຽນຄັ້ງ​ທີ 13 ຈັດ​ຂຶ້ນ​ຢູ່​ແຂວງ​ອານ​ຮຸ່ຍ​ຂອງ​ຈີນ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 24 ​ເມສາ​ນີ້,ຢູ່​ແຂວງ​ອານ​ຮຸ່ຍ ພາກ​ກາງຂອງ​ຈີນ,ການ​ຫາລື​ກັນ​ລະຫວ່າງ​ເຈົ້າ​ໜ້າ​ທີ່ອາວຸ​ໂສ​ຈີນ-ອາ​ຊຽນຄັ້ງ​ທີ 13 ​ໄດ້​ຈັດ​ຂຶ້ນ.ທ່ານ​ຊຸ່ຍ​ທ່ຽນ​​ໄຂ ຜູ້​ຊ່ວຍລັດຖະມົນຕີການ​ຕ່າງປະ​ເທດ​ຈີນ ​ເຈົ້າ​ໜ້າ​ທີ່ອາວຸ​ໂສຫຼື​ຜູ້ຕາງໜ້າຂອງ​ກະຊວງ​ການ​ຕ່າງປະ​ເທດຂອງ 10 ປະ​ເທດ​ອາ​ຊຽນພ້ອມ​ດ້ວຍ​ຮອງ​ເລຂາທິການ​ໃຫຍ່​ຂອງອາ​ຊຽນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ດັ່ງກ່າວ.

ຝ່າຍ​ຕ່າງໆ​ທີ່​ຮ່ວມ​ປະຊຸມ​ໄດ້​ເປັນ​ເອກະສັນ​ກັນ​ຕີ​ລາຄາ​ສູງ​ຕໍ່​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ,ໄດ້​​ເຈາະ​ຈົງຫາລື​ແນວ​ຄຶດ​ແລະ​ມາດ​ຕະການ​ຂອງ​ການລົງ​ເລິກການ​ຮ່ວມ​ມື​ໃນອະນາຄົດ,​ແລະ​ໄດ້​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບສະພາບ​ການ​ພັດທະນາ​ແລະ​ການ​ພົວພັນ​ກັບ​ຕ່າງປະ​ເທດ​ຂອງ​ປະ​ເທດ​ໃຜລາວພ້ອມ​ດ້ວຍບັນຫາ​ສາກົນ​ແລະພາກ​ພື້ນທີ່​ຕ່າງ​ໃຫ້​ຄວາມສົນ​ໃຈ​ນຳ​ກັນ​ເຊັ່ນການ​ຮ່ວມ​ມື​ໃນ​ອາຊີ​ຕາ​ເວັນ​ອອກ ສິ່ງ​ແວດ​ລ້ອມ​ແລະ​ການ​ພັດທະນາ​ແບບ​ຍືນ​ຍົງ​ເປັນ​ຕົ້ນ.ກອງ​ປະຊຸມ​ໄດ້​ພິຈາລະນາ​ຮັບຮອງ"​ເອກະສານກ່ຽວ​ກັບມະ​ໂນ​ພາບ​ໃຈກາງ​ຈີນ-ອາ​ຊຽນ".