ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-26 16:21:18    
ເວ​ທີ​ປຶກ​ສາ​ຫາ​ລື​ເຈົ້າ​ຄອງ​ນະ​ຄອນ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ບໍລິ​ເວນ​ອ່າວ​ພາກ​ເໜືອ​ຄັ້ງ​ທຳ​ອິດ​ໄຂ​ຂຶ້ນ​ຢູ່​ເມືອງ​ເປີຍ​ໄຫ​ເຂດ​ກວາງ​ຊີ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ26​ເ​ມສານ​ນີ້,​ເວທີ​ປຶກສາ​ຫາລືຂອງ​ເຈົ້າຄອງ​ນະ​ຄອນ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ບໍ​ລິ​ເວນ​ອ່າວ​ພາກ​ເໜືອ​ຄັ້ງ​ທຳ​ອິດ​ໄດ້​​ໄຂ​ຂຶ້ນ​ຢູ່​ເມືອງ​ເປີຍ​ໄຫ​ຂອງ​ເຂດ​ກວາງ​ຊີ​ຈີນ,​ມີ​ຜູ້​ແທນ​ເກືອບ​ຮ້ອຍ​ຄົນ​ໄດ້​ເຂົ້າ​ຮ່ວມ,​ໃນ​ນັ້ນ​ມີ​ເຈົ້າ​ຄອງ​ນະ​ຄອນ​ຫຼື​ຜູ້​ແທນ​ທີ່​ມາ​ຈາກ​20​ກວ່າ​ຕົວ​ເມືອງ​​ບໍລິ​ເວນ​ອ່າວ​ພາກ​ເໜືອ ​ເຈົ້າ​ໜ້າ​ທີ່​ກອງ​ເລ​ຂາ​ອາ​ຊຽນ​ແລະ​ສະ​ຖານ​ທູດ​ສະ​ຖານ​ກົງ​ສູນ​ປະ​ເທດ​ອາ​ຊຽນ​ປະ​ຈຳ​ຈີນ,​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ ຜູ້​ຊ່ຽວ​ຊານ ນັກ​ວິ​ຊາ​ການ​ແລະ​ຜູ້​ແທນ​ວິ​ສາ​ຫະກິດ​ຂອງ​ຈີນ​ແລະ​ຕ່າງ​ປະ​ເທດ.

​ເວທີ​ປຶກສາ​ຫາລືຄັ້ງນີ້​ແມ່ນ​ເມືອງ​ເປີ​ຍ​​ໄຫ​ເປັນ​ຜູ້​ລິ​ເລີ່​ມ,​ຂຸດ​ປະສົງ​ແມ່ນ​ເພື່ອ​ສ້າງ​ເວ​ທີ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ລະ​ຫວ່າງ​ຕົວ​ເມືອງ​ບໍລິ​ເວນ​ອ່າວ​ພາກ​ເໜືອ ​ເປີດ​ກວ້າງ​ຂົງ​ເຂດ​ການ​ຮ່ວມ​ມື ປຶກ​ສາ​ຫາ​ລື​ກົນ​ໄກ​ການ​ຮວມ​ມື ບັນລຸ​ການ​ຮ່ວມ​ມື ພະ​ຍາ​ຍາມ​ຊຸກ​ຍູ້​ໃຫ້​ການ​ຮ່ວມ​ມື​ໄດ້​ໝາກ​ຜົນ​ແລະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຢ່າງ​ກົມ​ກຽວ​ກັນ.