ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2007-04-26 17:24:17    
ມາ​ເລ​ເຊຍ​ຈັດ​ພິ​ທີ​ຂຶ້ນ​ຄອງ​ລາດ​ຂອງ​ຊຸນ​ຕານ​ສະ​ໄໝ​ທີ​13

cri Author: shuo

ຕາມ​ຂ່າວCRI:ວັນ​ທີ26​ເມສາ​ນີ້,ພິທີ​ຂຶ້ນຄອງລາດ​ຂອງ​ສົມ​ເດັດຊຸນ​ດັນມິ​ຊານ ​ໄຊ​ນານ ອາ​ບິ​ດິນ ຊຸນ​ຕານ​ແຫ່ງ​ປະ​ເທດ​ມາ​ເລ​ເຊຍ​ລັດ​ຊະ​ການ​ທີ​13​ໄດ້​ຈັດ​ຂຶ້ນ​ຢ່າງ​ຄຶກ​ຄື້ນ​ຢູ່​ພະ​ລາດ​ຊະ​ວັງ​ກົວ​ລາ​ລຳ​ເປີ.

ທ່າມກາງ​ສຽງບັນ​ເລງ​ເພງ​ຊາດ,ສົມ​ເດັດຊຸນ​ຕານມິ​ຊານ ​ໄຊ​ນານ ອາ​ບິດິນ​ພ້ອມ​ດ້ວຍພະ​ມະ​ເຫ​ສີ​ນົວ ຊາ​ຮິຣາ ​ໄດ້​ກ້າວ​ຂຶ້ນ​ສູ່​ທີ່​ປະ​ທັບ,​ທ່ານ​ອາບ​ດູ​ນລາ ອາຣ​ແມັດ ບາ​ດາ​ວີ ນາ​ຍົກ​ລັດ​ຖະ​ມົນ​ນີ​ມາ​ເລ​ເຊຍ​ເປັນ​ຜູ້​ຕິດ​ຕາມ.​ຊຸນ​ຕານ​ຈາກ​9​ລັດ​ຂອງ​ມາ​ເລ​ເຊຍ ຜູ້​ປົກ​ຄອງ​ຂອງ​4​ລັດ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ນາ​ຈິບ ຕຸນ​ຣາ​ຊາກ ລັດ​ຖະ​ມົນ​ຕີ​ລັດ​ຖະ​ບານ​ ​ເຈົ້າ​ໜ້າ​ທີ່​ທຸກ​ຂັ້ນ​ພ້ອມ​ດ້ວຍ​ທູດ​ປະ​ເທດ​ຕ່າງໆ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ຂຶ້ນ​ຄອງ​ລາດທີ່​ຄຶກ​ຄື້ນ.

ສົມ​ເດັດ​ຊຸນ​ຕານມິ​ຊານ ​ໄຊ​ນານ ອາ​ບິ​ດິນ​ປີ​ນີ້​ອາຍຸ45​ປີ,​ໄດ້ຮັບ​ເລືອກ​ຕັ້ງ​ເປັນ​ຊູນ​ດັນ​ແຫ່ງ​ມາ​ເລ​ເຊຍ​ລັດ​ຊະ​ການ​ທີ​13​ໃນ​ວັນ​ທີ​13​ທັນ​ວາ​ປີ​2006,​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຊູນ​ດັນ​​ທີ່​ມີ​ອາ​ຍຸ​ໜຸ່ມ​ກວ່າ​ໝູ່​​ຂອງ​ມາ​ເລ​ເຊຍ.